ຣັດເຊຍບໍ່ຢາກເຈລະຈາກັບຍີ່ປຸ່ນກ່ຽວກັບສົນທິສັນຍາສັນຕິພາບ

2024-02-01 15:56:21 CRI

ເມື່ອບໍ່ດົນມານີ້, ທ່ານຟູມີໂອະ ກີຊີດະ ນາຍົກລັດຖະມົນຕີຍີ່ປຸ່ນໄດ້ກ່າວວ່າ ຍີ່ປຸ່ນຍິນດີເຊັນສົນທິສັນຍາສັນຕິພາບກັບຣັດເຊຍ ແຕ່ຈະສືບຕໍ່ປະຕິບັດນະໂຍບາຍທີ່ລົງໂທດຣັດເຊຍ ແລະ ສະໜັບສະໜູນອູແກຣນ. ຕໍ່ກັບກໍລະນີດັ່ງກ່າວ, ວັນທີ 31 ມັງກອນແລ້ວນີ້, ທ່ານນາງມາເຣຍ ຊາຄາໂຣວາ ໂຄສົກກະຊວງການຕ່າງປະເທດຣັດເຊຍໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ເນື່ອງຈາກວ່າ ປັດຈຸບັນຍີ່ປຸ່ນປະຕິບັດທິດທາງນະໂຍບາຍທີ່ບໍ່ເປັນມິດກັບຣັດເຊຍ, ຣັດເຊຍຈະບໍ່ດຳເນີນການເຈລະຈາກັບຍີ່ປຸ່ນກ່ຽວກັບສົນທິສັນຍາສັນຕິພາບ.


ທ່ານນາງມີເຣຍ ຊາຄາໂຣວາ ກ່າວວ່າ: “ຣັດເຊຍຈະສືບຕໍ່ໃຫ້ການຕອບໂຕ້ຕໍ່ການກະທຳໃໝ່ທຸກຮູບແບບຂອງລັດຖະບານຍີ່ປຸ່ນທີ່ເປັນປໍລະປັກກັບຣັດເຊຍ, ນຳໃຊ້ມາດຕະການຕ່າງໆທີ່ນຳໃຊ້ໄດ້ຢ່າງເຕັມສ່ວນ ເພື່ອຕອບໂຕ້ຍີ່ປຸ່ນດ້ວຍມາດຕະການທີ່ຮຸນແຮງທີ່ສຸດ ແລະ ຈະແຈ້ງທີ່ສຸດ.