ທ່ານສີຈິ້ນຜິງ ແລະ ຫງວຽນຟູຈອງສົ່ງສານອວຍພອນບຸນກຸດປີໃໝ່ຕໍ່ກັນ

2024-02-02 16:00:51 CRI


    ວັນທີ 2 ກຸມພານີ້, ເນື່ອງໃນໂອກາດທີ່ບຸນກຸດປີກາບສີທີ່ປະຊາຊົນສອງຊາດຈີນ ແລະ ຫວຽດນາມຮ່ວມກັນສະເຫຼີມສະຫຼອງຈະໝູນວຽນມາເຖິງ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນ ແລະ ທ່ານຫງວຽນຟູຈອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມໄດ້ສົ່ງສານອວຍພອນບຸນກຸດປີໃໝ່ຕໍ່ກັນ.