ຫໍວາງສະແດງຈີນຂອງງານວາງສະແດງໂລກໂອຊາກະ ແລະ ການໄຊຍີ່ປຸ່ນ 2025 ເລີ່ມກໍ່ສ້າງຢ່າງເປັນທາງການ

2024-02-02 16:28:40 cri

ເວລາ 10 ໂມງຂອງວັນທີ 2 ກຸມພານີ້, ຫໍວາງສະແດງຈີນຂອງງານວາງສະແດງໂລກໂອຊາກະ ແລະ ການໄຊຍີ່ປຸ່ນໄດ້ເລີ່ມກໍ່ສ້າງຢ່າງເປັນທາງການ.

ຫໍວາງສະແດງຈີນຂອງງານວາງສະແດງໂລກດັ່ງກ່າວພາດຫົວຂໍ້ວ່າ: “ຮ່ວມກັນສ້າງການພົວພັນຮ່ວມຊາຕາກຳລະຫວ່າງມະນຸດກັບທຳມະຊາດ--ສັງຄົມໃນອະນາຄົດທີ່ພັດທະນາແບບສີຂຽວ” ໂດຍມີຈຸດປະສົງເພື່ອສະແດງໃຫ້ເຫັນວ່າ: ຈີນ ແລະ ບັນດາປະເທດໃນໂລກໄດ້ຮ່ວມທຸກຮ່ວມສຸກ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ, ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ, ພະຍາຍາມຢ່າງບໍ່ລົດລະ ເພື່ອສ້າງໂລກທີ່ສະອາດ ແລະ ສວຍງາມໃຫ້ກັບລູກຫຼານ. ຫໍວາງສະແດງຈີນກວມເນື້ອທີ່ປະມານ 3.500 ກິໂລແມັດ, ເປັນອາຄານສີເຫຼືອງໃຫຍ່ຫຼັງໜຶ່ງທີ່ເປັນຮູບຊົງມ້ວນແຜ່ນໄມ້ໄຜ່ສຳລັບຂຽນໜັງສືໃນສະໄໝບູຮານຈີນທີ່ມາຍອອກ, ເປັນຫໍວາງສະແດງທີ່ສ້າງໂດຍຕ່າງປະເທດເອງເຊິ່ງໃຫຍ່ທີ່ສຸດໃນງານວາງສະແດງໂລກໂອຊາກະ ແລະ ການໄຊຍີ່ປຸ່ນ.