ຈີນເປີດດ່ານທາງຫຼວງເມືອງໝານແຂວງຢຸນນານສູ່ພາຍນອກ

2024-02-02 15:07:06 CRI


ຫວ່າງມໍ່ໆມານີ້, ໂດຍໄດ້ຮັບສານອະນຸມັດຈາກລັດຖະບານ, ດ່ານທາງຫຼວງເມືອງໝານແຂວງຢຸນນານໄດ້ເລີ່ມເປີດສູ່ພາຍນອກ. ດ່ານເມືອງໝານຕັ້ງຢູ່ເມືອງຫຼ້າ, ຫ່າງຈາກເມືອງສິງຂອງລາວ 13 ກິໂລແມັດ, ຫ່າງຈາກທ່າບ້ານຊຽງກົກຂອງລາວ 90 ກິໂລແມັດ, ຫ່າງຈາກທ່າຊຽງແສນຂອງໄທ 200 ກິໂລແມັດ, ແມ່ນຊ່ອງທາງສຳຄັນຈາກຈີນໄປສູ່ປະເທດອາຊີຕາເວັນອອກສຽງໃຕ້ ລວມທັງປະເທດລາວ.


ຂ່າວລາຍງານວ່າ, ຈີນເປີດດ່ານທາງຫຼວງເມືອງໝານຕໍ່ພາຍນອກ ຈະມີຄວາມໝາຍອັນສຳຄັນຕໍ່ການຊອກຄົ້ນຮູບແບບໃໝ່ຂອງການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນ-ລາວ, ຊຸກຍູ້ການປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຈີນ-ລາວ, ຊຸກຍູ້ການພັດທະນາເສດຖະກິດພາກພື້ນ ກໍຄືຮັກສາສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງເຂດຊາຍແດນ, ບັນລຸການເຊື່ອມໂຍງເຊື່ອມຈອດ ແລະ ເສີມສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນກັບປະເທດອ້ອມຂ້າງ.