ນັກທຸລະກິດຂາຍອາວຸດຍຸດໂທປະກອນອາເມຣິກາເປີດແຊມເປນສະຫຼອງການໄດ້ກ້ອນເງິນບ້ວງໃຫຍ່

2024-02-02 14:29:08 CRI


ບົດລາຍງານສະບັບໜຶ່ງທີ່ກະຊວງການຕ່າງປະເທດອາເມຣິກາເຜີຍແຜ່ໃນຫວ່າງກ່ອນນີ້ບໍ່ດົນໄດ້ຮັບຄວາມສົນໃຈຈາກຊາວໂລກ, ຄື: ປີ 2023 ຍອດມູນຄ່າຂາຍອາວຸດຍຸດໂທປະກອນຕໍ່ຕ່າງປະເທດຂອງອາເມຣິກາໄດ້ເພີ່ມຂຶ້ນ 16%, ບັນລຸເຖິງ 238 ຕື້ໂດລາເຊິ່ງເປັນສະຖິຕິສູງສຸດໃນປະຫວັດສາດ. ໃນນັ້ນມູນຄ່າການຈຳໜ່າຍອາວຸດທີ່ລັດຖະບານອາເມຣິກາເຈລະຈາໂດຍກົງນັ້ນມີເຖິງ 80,9 ຕື້ໂດລາ, ເພີ່ມຂຶ້ນ 56% ເມື່ອທຽບໃສ່ປີ 2022; ມູນຄ່າຈຳໜ່າຍທາງທຸລະກິດຂອງບໍລິສັດອາເມຣິກາມີເຖິງ 157,5 ຕື້ໂດລາ, ເພີ່ມຂຶ້ນ 2,5% ເມື່ອທຽບໃສ່ 2022.


ປີ 2023, ແມ່ນອີກປີໜຶ່ງທີ່ອາເມຣິກາໄດ້ຮັບກ້ອນເງິນອັນມະຫາສານຈາກສົງຄາມ. ໃນດ້ານໜຶ່ງ, ການປະທະກັນຢູ່ພາກພື້ນທີ່ເກີດຂຶ້ນເລື້ອຍໆໃນໂລກໄດ້ເຮັດໃຫ້ສະພາບຄວາມໝັ້ນຄົງມີຄວາມສັບສົນກວ່າເກົ່າ, ຫຼາຍປະເທດຕ້ອງຊື້ອາວຸດເພື່ອເພີ່ມກຳລັງປ້ອງກັນປະເທດ. ໃນອີກດ້ານໜຶ່ງ, ອາວຸດຍຸດໂທປະກອນແບບທັນສະໄໝມີຄວາມຮຽກຮ້ອງຕໍ່ຊັບພະຍາກອນນັບມື້ນັບເພີ່ມຂຶ້ນ, ມາດຕະຖານຂອງການຂາຍອາວຸດໄດ້ຍົກສູງຂຶ້ນຫຼາຍເມື່ອທຽບໃສ່ເມື່ອກ່ອນ. ອາເມຣິກາຂາຍອາວຸດຕໍ່ຕ່າງປະເທດມາເປັນເວລາດົນນານຈຶ່ງ ໄດ້ຮັບບົດຮຽນ ແລະ ຂໍ້ມູນຕົວຈິງໃນການນຳໃຊ້ອາວຸດຢູ່ສະໜາມຮົບ, ທັງໄດ້ປັບປຸງເຕັກໂນໂລຊີໃຫ້ສູງຂຶ້ນເລື້ອຍໆ, ແລະໄດ້ກວມເອົາສ່ວນແບ່ງໃນຕະຫຼາດຫຼາຍກວ່າເກົ່າ.


ຍອດມູນຄ່າຂາຍອາວຸດຍຸດໂທປະກອນທີ່ໄດ້ສ້າງສະຖິຕິສູງສຸດເຮັດໃຫ້ຊາວໂລກໄດ້ເຫັນຢ່າງຈະແຈ້ງວ່າ, ໂລກຍິ່ງມີຄວາມບໍ່ສະຫງົບ, ອາເມຣິກາຍິ່ງໄດ້ຮັບຜົນປະໂຫຍດຫຼາຍຂຶ້ນ. ນະໂຍບາຍທີ່ “ບຳລຸງເຈົ້າອຳນາດດ້ວຍສົງຄາມ” ໄດ້ເຮັດໃຫ້ນັກທຸລະກິດຂາຍອາວຸດຍຸດໂທປະກອນຂອງອາເມຣິກາໄດ້ຮັບຜົນກຳໄລອັນມະຫາສານ, ແຕ່ໄດ້ສ້າງສົງຄາມ ແລະ ຄວາມປັ່ນປ່ວນໃຫ້ກັບໂລກ.