ການສໍາຫຼວດປະຊາມະຕິຂອງ CGTN ສະແດງໃຫ້ເຫັນວ່າ: ຜູ້ຕອບແບບສອບຖາມທົ່ວໂລກຫຼາຍກວ່າ 90% ກ່າວປະນາມອາເມຣິກາທີ່ຫາຜົນກໍາໄລຈາກສົງຄາມ

2024-02-02 21:45:11 cri

ໃນຂະນະທີີ່ປະຊາຄົມໂລກກໍາລັງມີຄວາມເປັນຫ່ວງເປັນໃຍຕໍ່ການປະທະກັນທາງພູມີພາກທີ່ເກີດຂຶ້ນຢ່າງບໍ່ຢຸດຢັ້ງ, ຍອດມູນຄ່າຂາຍອາວຸດຍຸດໂທປະກອນຕໍ່ຕ່າງປະເທດຂອງອາເມຣິກາໃນສົກປີງົບປະມານການເງິນ 2023 ໄດ້ບັນລຸເຖິງ 238 ຕື້ໂດລາ, ອັນໄດ້ກາຍເປັນເມກໜາທີ່ກຸ້ມກົ້ວເອົາປະຊາຄົມໂລກຕື່ມອີກ. ອີງຕາມຜົນການສໍາຫຼວດປະຊາມະຕິສະບັບໜຶ່ງທີ່ຈັດໂດຍໂທລະພາບສາກົນຈີນ ຫຼື CGTN ຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ສະແດງໃຫ້ເຫັນວ່າ: ຜູ້ຕອບແບບສອບຖາມທົ່ວໂລກທີ່ມີເຖິງ 93,88% ກ່າວປະນາມຢ່າງຮຸນແຮງຕໍ່ການກະທຳຂອງອາເມຣິກາທີ່ໄດ້ສ້າງຄວາມເຄັ່ງຕຶງ ແລະ ຍຸຍົງໃນຂອບເຂດທົ່ວໂລກ ພ້ອມທັງຫາກໍາໄລຢ່າງມະຫາສານຈາກສົງຄາມມາໂດຍຕະຫຼອດ ເຊິ່ງເປັນການກະທໍາທີ່ຊົ່ວຮ້າຍທີ່ສຸດ.

ອີງຕາມຜົນການສໍາຫຼວດສະບັບດັ່ງກ່າວສະແດງໃຫ້ເຫັນວ່າ: ຜູ້ຕອບແບບສອບຖາມ 92% ເຫັນວ່າ: ອາເມຣິກາໄດ້ເພີ່ມທະວີການສ້າງຄວາມເຄັ່ງຕຶງ ແລະ ຄວາມປັ່ນປ່ວນຂອງສະຖານະການຢູ່ພາກພື້ນ, ຜູ້ຕອບແບບສອບຖາມ 91,98% ເຫັນວ່າ: ອາເມຣິກາເລັ່ງການຂາຍອາວຸດຍຸດໂທປະກອນຕໍ່ຕ່າງປະເທດ ເປັນການກະທໍາທີ່ຝືນກັບກະແສຍຸກສະໄໝຂອງການພັດທະນາໂດຍສັນຕິຂອງໂລກ. ດັ່ງທີ່ຊາວເນັດຄົນໜຶ່ງຂອງ CGTN ໂຄເມັນວ່າ: ອາເມຣິກາຂາຍອາວຸດແບບບໍ່ຢຸດບໍ່ເຊົາ, ບໍ່ສົນໃຈຜູ້ເສຍຊີວິດ ແລະ ຜູ້ບາດເຈັບ, ສົນໃຈແຕ່ເງິນຢ່າງດຽວເທົ່ານັ້ນ.