ສປປ ເກົາຫຼີປະກາດວ່າໄດ້ດຳເນີນການທົດລອງຍິງຂີປະນາວຸດຄຣຸສ ແລະ ຂີປະນາວຸດປ້ອງກັນອາກາດລຸ້ນໃໝ່

2024-02-03 15:14:14 cri

ຂ່າວສານສູນກາງເກົາຫຼີລາຍງານໃນວັນທີ 3 ກຸມພານີ້ວ່າ: ວັນທີ 2 ກຸມພານີ້, ສປປ ເກົາຫຼີໄດ້ດຳເນີນການຍິງຂີປະນາວຸດຄຣຸສ ເພື່ອທົດລອງແສນຍານຸພາບຂອງຫົວຮົບຂະໜາດໃຫຍ່ພິເສດ ແລະ ທົດລອງຍິງຂີປະນາວຸດປ້ອງກັນອາກາດລຸ້ນໃໝ່ ຢູ່ເຂດທະເລພາກຕາເວັນຕົກ.