ມີຫຼາຍກວ່າ 1 ແສນຄົນໄດ້ເສຍຊີວິດ, ບາດເຈັບ ແລະ ຫາຍສາບສູນຢູ່ກາຊາຈາກການປະທະກັນລະຫວ່າງປາແລັດສະຕິນກັບອິດສະຣາແອນໃນຮອບນີ້

2024-02-04 14:54:23 cri

ວັນທີ 2 ກຸມພານີ້, ທ່ານຣິກ ປີເປີຄອນ ຜູ້ຕາງໜ້າອົງການອະນາໄມໂລກປະຈຳດິນແດນທີ່ຖືກຍຶດຄອງຂອງປາແລັດສະຕິນ ກ່າວໃນກອງປະຊຸມຖະແຫຼງຂ່າວຂອງອົງການ ສປຊ ວ່າ: ຢູ່ເຂດກາຊາມີຫຼາຍກວ່າ 1 ແສນຄົນໄດ້ເສຍຊີວິດ, ບາດເຈັບ ແລະ ຫາຍສາບສູນຈາກການປະທະກັນລະຫວ່າງປາແລັດສະຕິນກັບອິດສະຣາແອນໃນຮອບນີ້.

ທ່ານຣິກ ປີເປີຄອນກ່າວວ່າ: ຜູ້ທີ່ຍັງບໍ່ທັນໄດ້ເສຍຊີວິດ, ບາດເຈັບ ຫຼື ຫາຍສາບສູນນັ້ນ ແມ່ນຕົກຢູ່ໃນສະພາບແວດລ້ອມທີ່ຮ້າຍແຮງ ໂດຍບໍ່ມີການຮັບປະກັນດ້ານຄວາມປອດໄພຂອງຊີວິດ, ອາຫານ, ສຸຂະພາບ ແລະ ການກັນໜາວ. ໃນໂຮງໝໍ 36 ແຫ່ງຢູ່ເຂດກາຊາ ມີແຕ່ 13 ແຫ່ງຍັງຮັກສາການໃຫ້ບໍລິການແບບພື້ນຖານ,

ອີງຕາມອົງການອະນາໄມໂລກຄາດຄະເນວ່າ: ປັດຈຸບັນ, ຢູ່ໃນເຂດກາຊາມີຄົນເຈັບ 8.000 ຄົນຕ້ອງໄປປິ່ນປົວຢູ່ໂຮງໝໍບ່ອນອື່ນ, ໃນນັ້ນ, ມີ 6.000 ຄົນແມ່ນຜູ້ບາດເຈັບຈາກການປະທະກັນ, ມີ 2.000 ຄົນເປັນຜູ້ມີພະຍາດຊຳເຮື້ອ. ມາຮອດປັດຈຸບັນ, ຢູ່ໃນເຂດກາຊາມີແຕ່ປະມານ 1.200 ຄົນເທົ່ານັ້ນທີ່ສາມາດໄປປິ່ນປົວຢູ່ໂຮງໝໍບ່ອນອື່ນຢ່າງສຳເລັດຜົນ.