ຜູ້ໃຊ້ອິນເຕີເນັດທົ່ວໂລກຫຼາຍກວ່າ90%ຕຳໜິນັກການເມືອງອາເມຣິກາມີຄວາມຈອງຫອງແລະບໍ່ມີຄວາມຮັບຮູ້ຕໍ່ຈີນ

2024-02-04 12:23:14 cri

 ວັນທີ31ມັງກອນຜ່ານມານີ້, ໃນງານຟັງຄຳໃຫ້ການຄັ້ງໜຶ່ງທີ່ຈັດຂຶ້ນຢູ່ນະຄອນຫຼວງວໍຊິງຕັນອາເມຣິກາ, ທ່ານທອມ ໂກຕັນ ສະມາຊິກສະພາຂອງຄະນະກຳມະການຕຸລາການສະພາສູງອາເມຣິກາໄດ້ຊັກຖາມທ່ານ ໂຊຊີຊິວ ປະທານຜູ້ບໍລິຫານຫຼືCEOຂອງບໍລິສັດ TikTok ເທື່ອແລ້ວເທື່ອເລົ່າວ່າ ມີສັນຊາດຈີນຫຼືບໍ່? ກໍຄືທ່ານໂຊຊີຊິວເຄີຍເປັນສະມາຊິກພັກກອມມູນິດຈີນຫຼືບໍ່ເປັນຕົ້ນ, ການປະພຶດທີ່ບໍ່ດີຂອງສະມາຊິກສະພາອາເມຣິກາຢູ່ໃນງານຟັງຄຳໃຫ້ການດັ່ງກ່າວໄດ້ກາຍເປັນຫົວຂໍ້ສົນທະນາຢ່າງກວ້າງຂວາງຂອງຜູ້ໃຊ້ອິນເຕີເນັດທົ່ວໂລກ.

ອີງຕາມຜົນການສຳຫຼວດເກັບກຳຂໍ້ມູນຂອງໂທລະພາບສາກົນຈີນຫຼືCGTNຂອງວິທະຍຸໂທລະພາບສູນກາງຈີນຫຼືCMGໂດຍໄດ້ເຜີຍແຜ່ ແບບສອບຖາມໃຫ້ຊາວເນັດທົ່ວໂລກສະແດງໃຫ້ເຫັນວ່າ: ຜູ້ຕອບແບບສອບຖາມໃນທົ່ວໂລກ ມີ86,5% ເຫັນວ່າ ການປະພຶດຂອງທ່ານໂກຕັນຂາດຄວາມເປັນມືອາຊີບທີ່ສຸດ, ຊາວເນັດຫຼາຍກວ່າ90%ຄື 90,7%ເຫັນວ່າ ການຕັ້ງຄຳຖາມຂອງສະມາຊິກສະພາອາເມຣິກາຈຳນວນຫນຶ່ງໄດ້ເປີດເຜີຍໃຫ້ເຫັນວ່າເຂົາເຈົ້າບໍ່ມີຄວາມຮັບຮູ້ກ່ຽວກັບຈີນ, ແຕ່ມີຄວາມຈອງຫອງແລະຄວາມອະຄະຕິຕໍ່ຈີນ, ໃນທີ່ສຸດພຽງແຕ່ຈະທຳລາຍການຂະຫຍາຍຕົວຢ່າງໝັ້ນທ່ຽງຂອງສາຍພົວພັນຈີນ-ອາເມຣິກາເທົ່ານັ້ນ.

 ແບບສອບຖາມສຳຫຼວດຄວາມເຫັນຄັ້ງນີ້ໄດ້ເຜີຍແຜ່ຢູ່ເທິງເວທີ5ພາສາຂອງCGTNຄືພາສາອັງກິດ, ແອັສປາຍ, ຝຣັ່ງ, ອາຣັບແລະຣັດເຊຍ, ພາຍໃນເວລາ24ຊົ່ວໂມງມີຊາວເນັດຫຼາຍກວ່າ17.000ຄົນຕອບແບບສອບຖາມແລະສະແດງຄວາມເຫັນພ້ອມ.