ອາເມຣິກາຂຶ້ນພາສີຕໍ່ຈີນແມ່ນປະສົບຄວາມລົ້ມເຫຼວໃນດ້ານເສດຖະກິດ

2024-02-05 12:36:52 cri

 ເມື່ອມໍ່ໆມານີ້, ໜັງສືພິມນີວຢອກທາມສອາເມຣິກາໄດ້ລາຍງານວ່າ: ອີງຕາມຜົນການຄົ້ນຄວ້າຫຼ້າສຸດທີ່ແນໃສ່ຂໍ້ມູນການປະກອບອາຊີບປະຈຳເດືອນຂອງຂະແໜງການຕ່າງໆຢູ່ອາເມຣິກາໄດ້ພົບວ່າ: ນະໂຍບາຍຂອງທ່ານໂດນັນທຣຳ ອະດີດປະທານາທິບໍດີອາເມຣິກາທີ່ຂຶ້ນພາສີຢ່າງກວ້າງຂວາງຕໍ່ຈີນກໍຄືຄູ່ການຄ້າອື່ນໆຂອງອາເມຣິການັ້ນໄດ້ປະສົບຜົນສຳເລັດໃນດ້ານການເມືອງ ແຕ່ປະສົບຄວາມລົ້ມເຫຼວໃນດ້ານເສດຖະກິດ.

ການລາຍງານຂ່າວຂອງໜັງສືພິມນີວຢອກທາມສໄດ້ອີງໃສ່ທັດສະນະຂອງບົດວິທະຍານິພົນຫການຄົ້ນຄວ້າມາຍົກໃຫ້ເຫັນວ່າ: ນະໂຍບາຍຂຶ້ນພາສີຂອງທ່ານໂດນັນທຣຳສາມາດຍາດເອົາການສະໜັບສະໜູນຈາກປະຊາຊົນຜູ້ມີສິດເລືອກຕັ້ງໃຫ້ກັບພັກຣີພັບປລີກັນ, ແຕ່ວ່າບໍ່ໄດ້ນຳເອົາໂອກາດວຽກເຮັດງານທຳມາໃຫ້ຊາວອາເມຣິກາ.ຂໍ້ມູນການຄ້າໄດ້ສະແດງໃຫ້ເຫັນທ່າອ່ຽງອັນຊັດເຈນວ່າ ພາຍຫຼັງຂຶ້ນພາສີຕໍ່ຈີນແລ້ວ, ວິສາຫະກິດອາເມຣິກາຫັນໄປນຳເຂົ້າສິນຄ້າຈາກປະເທດອື່ນທີ່ມີຕົ້ນທຶນຕ່ຳ, ແຕ່ບໍ່ແມ່ນຍ້າຍໂຮງງານຜະລິດໄປເຖິງອາເມຣິກາ. ຜົນການຄົ້ນຄວ້າໄດ້ຊີ້ໃຫ້ເຫັນວ່າ: ການຂຶ້ນພາສີຈະສາມາດສ້າງໂອກາດວຽກເຮັດງານທຳໃຫ້ອາເມຣິກາໃນໄລຍະຍາວກວ່າໄດ້ຫຼືບໍ່ນັ້ນຍັງຄົງເປັນບັນຫາທີ່ບໍ່ມີໃຜຮູ້ຄຳຕອບ.