ອາຣັບບີຊາອຸດິດຈະບໍ່ສ້າງສາຍພົວພັນທາງການທູດກັບອິດສະຣາແອນກ່ອນກອງທັບອິດສະຣາແອນຈະຖອນອອກຈາກເຂດກາຊາຢ່າງເຖິງຖອງ

2024-02-07 10:56:56 cri

ຕອນຮຸ່ງເຊົ້າຂອງວັນທີ 7 ກຸມພານີ້ຕາມເວລາທ້ອງຖິ່ນ, ກະຊວງການຕ່າງປະເທດອາຣັບບີຊາອຸດິດໄດ້ອອກຖະແຫຼງການຜ່ານສື່ສັງຄົມອອນລາຍທາງການວ່າ: ການສ້າງປະເທດປາແລັດສະຕິນທີ່ເປັນເອກະລາດໂດຍຖືເອົາເສັ້ນ ຊາຍແດນປີ 1967 ເປັນພື້ນຖານ ແລະ ຖືເອົາເຢຣູຊາແລັມເປັນນະຄອນຫຼວງ ແມ່ນສິດຂອງຊາວປາແລັດສະຕິນທີ່ຊອບດ້ວຍກົດໝາຍແລະບໍ່ສາມາດຕັດອອກໄດ້. ກະຊວງການຕ່າງປະເທດອາຣັບບີຊາອຸດິດຍັງຮຽກຮ້ອງໃຫ້ອິດສະຣາແອນຕ້ອງຍຸດຕິການຮຸກຮານຕໍ່ເຂດກາຊາ, ຮຽກຮ້ອງໃຫ້ກອງທັບອິດສະຣາແອນທັງໝົດຕ້ອງຖອນອອກຈາກເຂດກາຊາ, ຖ້າບໍ່ດັ່ງນັ້ນ, ຈະບໍ່ສ້າງສາຍພົວພັນທາງການທູດກັບອິດສະຣາແອນ.