ການເຄື່ອນໄຫວທາງການທະຫານຂອງກອງທັບອິດສະຣາແອນໄດ້ເຮັດໃຫ້ເຂດກາຊາມີຜູ້ເສຍຊີວິດຫຼາຍກ່າ 27.500 ຄົນ

2024-02-07 14:35:24 cri


ພາກສ່ວນສາທາລະນະສຸກເຂດກາຊາດເປີດເຜີຍຕົວເລກສະຖິຕິຫຼ້າສຸດໃນວັນທີ 6 ກຸມພານີ້ສະແດງໃຫ້ເຫັນວ່າ, ນັບແຕ່ເກີດການປະທະກັນລະຫວ່າງປາແລັດສະຕິນ ກັບ ອິດສະຣາແອນຮອບໃໝ່ເປັນຕົ້ນມາ, ການເຄື່ອນໄຫວທາງການທະຫານຂອງອິດສະຣາແອນຢູ່ເຂດກາຊາໄດ້ເຮັດໃຫ້ຊາວປາແລັດສະຕິນເສຍຊີວິດ 27.585 ຄົນ, ແລະມີຜູ້ໄດ້ຮັບບາດເຈັບ 66.978 ຄົນ.

ໃນເວລາ 24 ຊົ່ວໂມງຜ່ານມານັ້ນ, ການໂຈມຕີຂອງກອງທັບອິດສະຣາແອນຕໍ່ເຂດກາຊາໄດ້ເຮັດໃຫ້ມີຜູ້ເສຍຊີວິດ 107 ຄົນ.