ການເຈລະຈາລະຫວ່າງປາແລັດສະຕິນກັບອິດສະຣາແອນຮອບໃໝ່ຈະຈັດຂຶ້ນຢູ່ເລີແກປະເທດເອຢິບ

2024-02-08 16:24:40 cri


    ວັນທີ 7 ກຸມພານີ້, ອີງຕາມຊອງຂ່າວເລີແກປະເທດເອຢິບລາຍງານວ່າ: ການເຈລະຈາລະຫວ່າງປາແລັດສະຕິນກັບອິດສະຣາແອນຮອບໃໝ່ທີ່ພາຍໃຕ້ການເປັນເຈົ້າພາບຂອງເອຢິບ ແລະ ກາຕາຈະຈັດຂຶ້ນຢູ່ນະຄອນຫຼວງເລີແກປະເທດເອຢິບໃນວັນທີ 8 ກຸມພານີ້. ຂ່າວແຈ້ງວ່າ, ການເຈລະຈາຮອບນີ້ເພື່ອຜ່ອນຄາຍສະຖານະການເຄັ່ງຕຶງຢູ່ເຂດກາຊາ ແລະ ປ່ອຍຕົວປະກັນປາແລັດສະຕິນ ແລະ ອິດສະຣາແອນທີ່ຖືກກັກຂັງ.