ອິຣັກ ແລະ ອາເມຣິກາຈະດໍາເນີນການເຈລະຈາຮອບທີສອງເພື່ອເປິກສາຫາລືກ່ຽວກັບການຖອນກອງກໍາລັງພັນທະມິດສາກົນອອກຈາກອິຣັກ

2024-02-09 12:00:50 CRI

   ກະຊວງການຕ່າງປະເທດອິຣັກໄດ້ອອກຖະແຫຼງການເມື່ອວັນທີ 8 ກຸມພານີ້ວ່າ: ອິຣັກ ແລະ ອາເມຣິກາ ໄດ້ຕົກລົງໃຫ້ສືບຕໍ່ດໍາເນີນການເຈລະຈາຮອບທີສອງໃນວັນທີ 11 ກຸມພານີ້ຕາມເວລາທ້ອງຖິ່ນ ໂດຍພາຍໃນຂອບຄະນະກໍາມະການການທະຫານລະດັບສູງທີ່ໄດ້ສ້າງຕັ້ງຂຶ້ນ ເພື່ອເປິກສາຫາລືກ່ຽວກັບການຖອນກອງກໍາລັງພັນທະມິດສາກົນທີ່ມີອາເມຣິກາເປັນຫຼັກນັ້ນໃຫ້ອອກຈາກອິຣັກ.


   ວັນທີ 27 ມັງກອນ 2024, ອິຣັກ ແລະ ອາເມຣິກາໄດ້ດໍາເນີນການເຈລະຈາຮອບທໍາອິດເພື່ອເປິກສາຫາລືກ່ຽວກັບການຖອນກອງກໍາລັງພັນທະມິດສາກົນທີ່ນໍາໂດຍອາເມຣິກາໃຫ້ອອກຈາກອິຣັກ.