ຈັດກິດຈະກໍານໍາສະເໜີງານລາຕີສະຫຼອງບຸນກຸດຈີນຂອງ CMG ໃນການແຂ່ງຂັນຮັອກກີ້ນໍ້າແຂງອາເມຣິກາເໜືອ

2024-02-09 16:59:53 CRI

 

   ວັນທີ 8 ກຸມພານີ້, ເນື່ອງໃນໂອກາດມື້ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ຕາມຈັນທະຄະຕິຈີນຈະໝູນວຽນມາເຖິງ, ວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ຈັດກິດຈະກໍານໍາສະເໜີງານລາຕີສະຫຼອງບຸນກຸດຈີນຂອງ CMG ຢູ່ສະໜາມແຂ່ງຂັນຂອງສະໂມສອນຮັອກກີ້ນໍ້າແຂງມືອາຊີບອາເມຣິກາເໜືອ ຫຼື NHL ຢູ່ນະຄອນນິວຢອກ ອາເມຣິກາ, ຜູ້ຊົມອາເມຣິກາ 10.000 ກວ່າຄົນໄດ້ສໍາຜັດກັບມົນສະເໜ່ດ້ານວັດທະນະທໍາຂອງບຸນກຸດຈີນ ແລະ ຮ່ວມກັນຕ້ອນຮັບການໝູນວຽນມາເຖິງຂອງບຸນກຸດຈີນປີມະໂລງໃນທ່າມກາງບັນຍາກາດຄຶກຄື້ນມ່ວນຊື່ນທີ່ມີເອກະ ລັກສະເພາະຂອງຈີນ.



   ໃນໂອກາດນີ້, ທ່ານ ເຊີ້ນໄຫສົງ ຜູ້ອຳນວຍການໃຫຍ່ CMG ໄດ້ກ່າວຄໍາປາໄສໂດຍຜ່ານຮູບແບບວິດີໂອ ໂດຍໄດ້ຕາງໜ້າ CMG ສົ່ງຄໍາອວຍພອນອັນປະເສີດໃຫ້ກັບຜູ້ຊົມອາເມຣິກາຈົ່ງປະສົບຜົນສໍາເລັດ, ມີສຸຂະພາບແຂງແຮງ ແລະ ມີຄວາມສຸກກາຍສະບາຍໃຈ. ນອກນີ້, ທ່ານ ເຊ້ເຟິ່ງ ເອກອັກຄະລັດຖະທູດຈີນປະຈໍາອາເມຣິກາໄດ້ອວຍພອນໃຫ້ຜູ້ຄົນທັງຫຼາຍຈົ່ງໂຊກດີປີໃໝ່ປີມະໂລງ ແລະ ມີຄວາມສົມບູນພູນສຸກ.


   ໃນເວລາພັກເຄິ່ງເວລາທໍາອິດຂອງການແຂ່ງຂັນຢ່າງດຸເດືອດ, ຢູ່ກັບບ່ອນແຂ່ງຂັນໄດ້ຈັດກິດຈະກໍານໍາສະເໜີງານລາຕີສະຫຼອງບຸນກຸດຈີນທີ່ແປກຫູແປກຕາແຕ່ມີຄວາມຄຶກຄື້ນມ່ວນຊື່ນ.



   ກິດຈະກໍານໍາສະເໜີງານລາຕີສະຫຼອງບຸນກຸດຈີນຄັ້ງນີ້ຈະໄດ້ຮັບການໂຄສະ ນາເພື່ອເຂົ້າເຖິງຜູ້ຊົມຢູ່ອາເມຣິກາເໜືອໂດຍຜ່ານຫຼາຍຊ່ອງທາງເຊັ່ນ: ສື່ສັງຄົມອອນລາຍຕ່າງປະເທດ, NHL ເປັນຕົ້ນ.