ຈີນກ່າວວ່າແຕ່ລະຝ່າຍຄວນທົບທວນຄືນກ່ຽວກັບການພັດທະນາຂອງສະຖານນະການອູແກຼນພາຍຫຼັງໄດ້ເຊັນສັນຍາມິນສ໌ສະບັບໃໝ່

2024-02-13 13:48:31 CRI

ວັນທີ 12 ກຸມພານີ້ຕາມເວລາທ້ອງຖິ່ນ, ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ຈັດກອງປະຊຸມເປີດເຜີຍກ່ຽວກັບສະຖານະການລະຫວ່າງຣັດເຊຍແລະອູແກຼນ, ໂດຍສະເພາະແມ່ນບັນຫາການປະຕິບັດຕາມສັນຍາມິນສ໌, ທ່ານຈ່າງຈວີ່ນ, ຜູ້ຕາງໜ້າຖາວອນຈີນປະຈຳອົງການສະຫະປະຊາຊາດກ່າວວ່າ: ແຕ່ລະຝ່າຍຄວນທົບທວນຄືນກ່ຽວກັບການພັດທະນາຂອງສະຖານນະການອູແກຼນພາຍຫຼັງໄດ້ເຊັນສັນຍາມິນສ໌ສະບັບໃໝ່, ແລະຮຽກຮ້ອງໃຫ້ຜ່ານຈາກການສົນທະນາແລະເປິກສາຫາລືມາແກ້ໄຂການປະທະກັນ.

 

ຝ່າຍຈີນເຫັນວ່າ: ການເປິກສາຫາລືກ່ຽວກັບບົດຮຽນທາງລົບຂອງສັນຍາມິນສ໌ໃນກອງປະຊຸມຄັ້ງນີ້ມີຄວາມໝາຍທີ່ສຳຄັນ, ສັນຍາມິນສ໌ສະບັບໃໝ່ແມ່ນເອກະສານການເມືອງສະບັບພື້ນຖານຂອງການແກ້ໄຂບັນຫາພາກຕາເວັນອອກອູແກຣນທີ່ໄດ້ຮັບການຮັບຮອງໂດຍທົ່ວໄປຈາກບັນດາຝ່າຍ, ມີຜົນບັງຄັບໃຊ້ດ້ານກົດໝາຍ, ຄວນໄດ້ຮັບການປະຕິບັດຢ່າງຮອບດ້ານແລະມີປະສິດທິຜົນຈາກຝ່າຍຕ່າງໆທີ່ກ່ຽວຂ້ອງ. ແຕ່ສິ່ງທີ່ໜ້າເສຍດາຍແມ່ນ: ຂໍ້ມາດຕາສ່ວນຫຼາຍໃນສັນຍາບໍ່ໄດ້ຮັບການຈັດຕັ້ງປະຕິບັດຈົນມາຮອດປັດຈຸບັນນີ້, ຫຼັງຈາກນັ້ນກໍໄດ້ເກີດການປະທະກັນຢ່າງຂະໜາດໃຫຍ່ຈົນຮອດປັດຈຸບັນນີ້, ຝ່າຍຕ່າງໆຄວນໜ້າທົບທວນຄືນຢ່າງຕັ້ງໃຈ. ປະຊາຄົມໂລກຄວນຕັ້ງໜ້າຊັກຊວນໃຫ້ມີສັນຕິພາບແລະຊຸກຍູ້ການເຈລະຈາ, ສ້າງເງື່ອນໄຂຢ່າງຕັ້ງໜ້າເພື່ອແກ້ໄຂວິກິດການດ້ວຍວິທີທາງການເມືອງ, ປະເທດຈຳນວນໜຶ່ງຄວນຍຸດຕິການກະທຳທີ່ເອົານ້ຳມັນໃສ່ໄຟ, ຍຸດຕິການທຳລາຍຄວາມພະຍາຍາມດ້ານການຕ່າງປະເທດຂອງປະຊາຄົມໂລກ.