ພາຍຸລະດູໜາວເຮັດໃຫ້ມີຖ້ຽວບິນຫຼາຍກວ່າ 1.000 ຖ້ຽວຂອງອາເມຣິກາຖືກຍົກເລີກ

2024-02-14 14:46:12 cri

ວັນທີ 13 ກຸມພານີ້ຕາມເວລາທ້ອງຖິ່ນ, ພາກຕາເວັນອອກສຽງເໜືອຂອງອາເມຣິກາໄດ້ມີຫິມະຕົກໜັກ ໂດຍເກີດຈາກລົມພາຍຸລະດູໜາວພັດຖະຫຼົ່ມຮອບໃໝ່. ຕົວເລກຂໍ້ມູນຈາກເວັບໄຊ FlightAware ທີ່ຕິດຕາມສະພາບຖ້ຽວບິນທຸກເວລາສະແດງໃຫ້ເຫັນວ່າ, ໂດຍໄດ້ຮັບຜົນກະທົບຈາກພາຍຸຫິມະດັ່ງກ່າວ, ວັນທີ 13 ກຸມພານີ້, ຢ່າງໜ້ອຍມີຖ້ຽວບິນຫຼາຍກວ່າ 1.000 ຖ້ຽວຂອງອາເມຣິກາຖືກຍົກເລີກ.


ມື້ດຽວກັນ, ເຂດຮ່ອມພູເລໄຮ ທາງພາກຕາເວັນອອກລັດເປນຊີວວາເນຍຂອງອາເມຣິກາມີຫິມະຕົກເຖິງ 15,24 ຫາ 25,4 ຊັງຕີແມັດໃນມື້ດຽວ ເຊິ່ງແມ່ນເຂດດັ່ງກ່າວມີປະລິມານຫິມະຕົກເຖິງ 15 ຊັງຕີແມັດ ຫຼື ຂຶ້ນໄປໃນມື້ດຽວເປັນຄັ້ງທຳອິດ ນັບແຕ່ວັນທີ 1 ກຸມພາປີ 2021 ເປັນຕົ້ນມາ.


ຕົວເລກຂໍ້ມູນຈາກເວັບໄຊ PowerOutage.us ທີ່ຕິດຕາມພະລັງງານໄຟຟ້າຂອງອາເມຣິກາສະແດງໃຫ້ເຫັນວ່າ: ຍ້ອນໄດ້ຮັບຜົນກະທົບຈາກການມີຫິມະຕົກໜັກໃນບໍລິເວນກວ້າງ, ພາກກາງ ແລະ ພາກຕາເວັນອອກຂອງລັດເປນຊີວວາເນຍມີ 130.000 ຄອບຄົວເກີດບັນຫາໄຟຟ້າມອດ, ພາກຕາເວັນຕົກຂອງລັດນິວເຈີຊີມີ 12.000 ກວ່າຄອບຄົວໄຟຟ້າມອດ.