ລັດຖະມົນຕີກະຊວງປ້ອງກັນປະເທດອາເມຣິກາອອກໂຮງໝໍ ແລະ ປະຈຳການກຢູ່ເຮືອນ

2024-02-14 14:48:10 cri

ວັນທີ 13 ກຸມພານີ້ຕາມເວລາທ້ອງຖິ່ນ, ກະຊວງປ້ອງກັນປະເທດອາເມຣິກາໄດ້ອອກຖະແຫຼງການວ່າ: ທ່ານລອຍ ໂອສຕິນ ລັດຖະມົນຕີກະຊວງປ້ອງກັນປະເທດອາເມຣິກາໄດ້ອອກໂຮງໝໍ ແລະ ປະຈຳການຢູ່ເຮືອນຕາມຂໍ້ສະເໜີຂອງແພດໝໍ.


ວັນທີ 11 ກຸມພານີ້ຕາມເວລາທ້ອງຖິ່ນ, ເຈົ້າໜ້າທີ່ກະຊວງປ້ອງກັນປະເທດອາເມຣິກາກ່າວວ່າ: ທ່ານລອຍ ໂອສຕິນ ລັດຖະມົນຕີກະຊວງປ້ອງກັນປະເທດອາເມຣິກາໄດ້ຖືກສົ່ງໄປປິ່ນປົວຢູ່ໂຮງໝໍ ຍ້ອນ “ພົກຍ່ຽວເກີດອາການກະທັນຫັນ”. ຫຼັງຈາກນັ້ນ, ພາລະໜ້າທີ່ຂອງທ່ານຖືກມອບໃຫ້ທ່ານນາງກາດລີນ ຮິກສ ຮອງລັດຖະມົນຕີກະຊວງປ້ອງກັນປະເທດອາເມຣິກາ.