ກອງເສນາທິການປະສົມຂອງ ສ.ເກົາຫຼີ ກ່າວວ່າ: ສປປ ເກົາຫຼີ ຍິງລູກສອນໄຟນຳວິຖີຄຣຸສຫຼາຍລູກສູ່ເຂດທະເລພາກຕາເວັນອອກຂອງແຫຼມເກົາຫຼີ

2024-02-14 16:18:04 cri

ວັນທີ 14 dd5,rkນີ້ຕາມເວລາທ້ອງຖິ່ນ, ກອງເສນາທິການປະສົມຂອງ ສ.ເກົາຫຼີແຈ້ງຂ່າວວ່າ: ກອງທັບ ສ.ເກົາຫຼີ ໄດ້ຕິດຕາມ ແລະ ພົບເຫັນວ່າ, ສປປ ເກົາຫຼີ ໄດ້ຍິງລູກສອນໄຟນຳວິຖີຄຣຸສຫຼາຍລູກຢູ່ເຂດທະເລພາກຕາເວັນອອກສຽງເໜືອຂອງເມືອງວົນຊັນ ໃນເວລາປະມານ 9 ໂມງຂອງວັນດັ່ງກ່າວ. ກອງເສນາທິການປະສົມຂອງ ສ.ເກົາຫຼີກ່າວວ່າ: ປະຈຸບັນ, ກອງທັບ ສ.ເກົາຫຼີກຳລັງວິເຄາະຂໍ້ມູນລະອຽດຂອງການຍິງລູກສອນໄຟນຳວິຖີເທື່ອນີ້ຢູ່.


ສປປ ເກົາຫຼີ ຍັງບໍ່ທັນໄດ້ເປີດເຜີຍຂ່າວທີ່ກ່ຽວຂ້ອງເທື່ອ.