ຜົນການສຳຫຼວດສະແດງໃຫ້ເຫັນວ່າ ຈໍານວນຜູ້ຢຸດງານເພື່ອປະທ້ວງຢູ່ອາເມຣິກາໃນປີ 2023 ເພີ່ມຂຶ້ນ 141%

2024-02-16 15:36:50 cri

ວັນທີ 15 ກຸມພານີ້ຕາມເວລາທ້ອງຖິ່ນ, ວິທະຍຸກະຈາຍສຽງອາເມລິກາ ຫຼື ABCລາຍງານວ່າ: ຜົນການສຳຫຼວດສະບັບໜຶ່ງທີ່ມະຫາວິທະຍາໄລໂຄເນວອາເມຣິກາເປີດເຜີຍໃນມື້ດຽວກັນ ໄດ້ສະແດງໃຫ້ເຫັນວ່າ, ຍ້ອນການຢຸດງານຂະໜາດໃຫຍ່ຈາກກໍາມະກອນຂະແໜງອຸດສາຫະກຳລົດຍົນ, ພະຍາບານ, ນັກປະພັນແລະນັກສະແດງໂຮລິວຸດ, ຈຳນວນຜູ້ຢຸດງານເພື່ອປະທ້ວງຢູ່ອາເມຣິກາໃນປີ 2023 ມີເກືອບ 540,000 ຄົນ, ເພີ່ມຂຶ້ນ 141%.


ບົດລາຍງານລະບຸວ່າ: ຈຳນວນຜູ້ເຂົ້າຮ່ວມການຢຸດງານເພື່ອປະທ້ວງຂະໜາດໃຫຍ່ 4 ຄັ້ງທີ່ເກີດຂຶ້ນໃນປີ 2023 ໄດ້ກວມຫຼາຍກວ່າເຄິ່ງໜຶ່ງຂອງຍອດຈຳນວນຄົນຢຸດງານເພື່ອປະທ້ວງໃນປີ 2023.