ທ່ານຫວາງຢີ້ພົບປະກັບລັດຖະມົນຕີການຕ່າງປະເທດອາເມຣິກາ

2024-02-17 15:51:58 CRI

ວັນທີ 16 ກຸມພານີ້ຕາມເວລາທ້ອງຖິ່ນ, ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ພົບປະກັບທ່ານນອັນໂຕນີ ບລິນເກນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາ ໃນເວລາທີ່ເຂົ້າຮ່ວມກອງປະຊຸມຄວາມໝັ້ນຄົງທີ່ມິວນິກ.


ທ່ານຫວາງຢີ້ກ່າວວ່າ: ໜ້າທີ່ສຳຄັນອັນດັບໜຶ່ງຂອງສອງຝ່າຍໃນປັດຈຸບັນ ແມ່ນປະຕິບັດຕາມຄຳຊີ້ນຳທາງຍຸດທະສາດຂອງປະມຸກລັດສອງປະເທດ ເຮັດໃຫ້ “ວິໄສທັດຊານຟຣານຊິສໂກ” ກາຍເປັນຄວາມຈິງ, ຊຸກຍູ້ໃຫ້ສາຍພົວພັນລະຫວ່າງຈີນ-ອາເມຣິກາຂະຫຍາຍຕົວໄປຕາມເສັ້ນທາງທີ່ປອດໃສ, ໝັ້ນທ່ຽງ ແລະ ມີຄວາມຍືນຍົງ. ເພາະສະນັ້ນ, ສອງຝ່າຍຄວນຍຶດໝັ້ນຫຼັກການທີ່ເຄົາລົບເຊິ່ງກັນແລະກັນ, ຢູ່ຮ່ວມກັນໂດຍສັນຕິ ແລະ ຮ່ວມມືກັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ຕັ້ງໜ້າຊອກຄົ້ນຊ່ອງທາງແຫ່ງການໄປມາຫາສູ່ລະຫວ່າງສອງປະເທດທີ່ຖືກຕ້ອງ. ອາເມຣິກາຄວນປະຕິບັດຕໍ່ການພັດທະນາຂອງຈີນຢ່າງພາວະວິໄສ ແລະ ຕາມຫຼັກຂອງເຫດຜົນ, ປະຕິບັດນະໂຍບາຍຕໍ່ຈີນໃນທາງທີ່ມີຄວາມຕັ້ງໜ້າ ແລະ ຕິດແທດຕົວຈິງ.


ທ່ານຫວາງຢີ້ຍັງກ່າວເນັ້ນໜັກອີກວ່າ: ອາເມຣິກາຖືເອົາການ “ປາສະຈາກຄວາມສ່ຽງ” ເປັນຂໍ້ອ້າງ, ດຳເນີນການ “ປາສະຈາກຈີນ”; ສ້າງກຳແພງການຄ້າ ເພື່ອຫຼູດຈາກການພົວພັນກັບຈີນໃນທາງດ້ານເສດຖະກິດການຄ້າ ໂດຍສະເພາະແມ່ນວິທະຍາສາດ-ເຕັກນິກຂັ້ນສູງ. ການກະທຳແບບນີ້ຍ່ອມຈະເປັນການທຳລາຍຜົນປະໂຫຍດຂອງຕົນໃນທີ່ສຸດ. ທ່ານຫວາງຢີ້ຮຽກຮ້ອງໃຫ້ອາເມຣິກາຍົກເລີກການລົງໂທດແຕ່ຝ່າຍດຽວຢ່າງຜິດກົດໝາຍທີ່ມີຕໍ່ວິສາຫະກິດ ແລະ ບຸກຄົນຂອງຈີນ, ບໍ່ຄວນທຳລາຍສິດ ແລະ ຜົນປະໂຫຍດດ້ານການພັດທະນາຢ່າງຍຸຕິທຳຂອງຈີນ.


ສອງຝ່າຍຍັງໄດ້ແລກປ່ຽນຄວາມເຫັນກ່ຽວກັບບັນຫາທີ່ເປັນຈຸດຮ້ອນໃນພາກພື້ນ ເຊັ່ນ: ວິກິດການອູແກຣນ, ການປະທະກັນລະຫວ່າງປາແລັດສະຕິນ-ອິດສະຣາແອນ, ແຫຼມເກົາຫຼີ ແລະອື່ນໆ.