ກອງປະຊຸມສຸດຍອດສະຫະພາບອາຟຣິກາຄັ້ງທີ 37 ສຸມໃສ່ຄວາມໝັ້ນຄົງແລະການພັດທະນາຂອງພາກພື້ນ

2024-02-18 16:38:29 CRI

 

   ວັນທີ 17 ກຸມພານີ້, ກອງປະຊຸມສຸດຍອດຄັ້ງທີ 37 ຂອງສະຫະພາບອາຟຣິກາໄດ້ເປີດຂຶ້ນຢູ່ສໍານັກງານໃຫຍ່ຂອງສະຫະພາບອາຟຣິກາທີ່ຕັ້ງຢູ່ນະຄອນຫຼວງອາດິສອາເບບາ ປະເທດເອທິໂອປີ. ກອງປະຊຸມສຸດຍອດຄັ້ງນີ້ຈະດໍາເນີນໄປເປັນເວລາ 2 ວັນໂດຍຈະສຸມໃສ່ຫົວຂໍ້ສໍາຄັນຕ່າງໆ ເຊັ່ນ: ສະພາບຄວາມໝັ້ນຄົງຂອງພາກພື້ນ, ການພັດທະນາຂອງທະວີບອາຟຣິກາ, ການປະຕິຮູບຂອງສະຫະພາບອາຟຣິກາ ແລະ ການຍົກລະດັບອິດທິພົນຂອງອາຟຣິກາເປັນຕົ້ນ.


   ໃນພິທີເປີດ, ທ່ານ ມູຊາ ຟາກີ ມາຮາມັດ ປະທານຄະນະກໍາມະການສະຫະພາບອາຟຣິກາໄດ້ຕີລາຄາສູງຕໍ່ຄວາມຄືບໜ້າຂອງການເຊື່ອມໂຍງເຂົ້າກັນຂອງອາຟຣິກາ, ເຂດການຄ້າເສລີທະວີບອາຟຣິກາ ແລະ ການປະຕິຮູບຂອງອົງການຈັດຕັ້ງ, ພ້ອມທັງຮຽກຮ້ອງໃຫ້ນໍາໃຊ້ມາດຕະການຟື້ນຟູເສດຖະກິດທີ່ຕັ້ງໜ້າກວ່າເກົ່າ. ທ່ານ ອາຊາລີ ອັດຊູມານີ, ປະທານາທິບໍດີໂຄໂມເຮັດ ເຊິ່ງເປັນປະທານໝູນວຽນສະຫະພາບອາຟຣິກາ ໄດ້ກ່າວໃນພິທີເປີດວ່າ: ປີ 2023 ເປັນປີທີ່ມີຄວາມໝາຍຕັດສິນຂອງອາຟຣິກາ ເຊິ່ງສະຫະພາບອາຟຣິກາໄດ້ກາຍເປັນອົງການທີ່ມີສ່ວນຮ່ວມໃນການຄຸ້ມຄອງເສດຖະກິດໂລກ, ສິ່ງນີ້ໄດ້ນໍາເອົາອະນາຄົດທີ່ສົດໃສໃຫ້ກັບອາຟຣິກາ.