ທ່ານວາງຢີ້ບັນລະຍາຍຫຼັກໝັ້ນຂອງຈີນກ່ຽວກັບວິກິດການອູແກຣນ

2024-02-18 16:49:30 CRI

    ວັນທີ 17 ກຸມພານີ້, ໃນເວລາຕອບຄຳຖາມກ່ຽວກັບຫຼັກໝັ້ນຈີນໃນການປະທະກັນລະຫວ່າງຣັດເຊຍ ກັບ ອູແກຣນ, ທ່ານວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນທີ່ເຂົ້າຮ່ວມກອງປະຊຸມນະໂຍບາຍຄວາມໝັ້ນຄົງຢູ່ນະຄອນມູນິກປະເທດເຢຍລະມັນຊີ້ແຈ້ງວ່າ: ນະໂຍບາຍດ້ານນິວເຄລຍຂອງຈີນແມ່ນແຈ່ມແຈ້ງ ແລະ ກ້າວໜ້າທີ່ສຸດໃນບັນດາປະເທດທີ່ມີອາວຸດນິວເຄລຍ ເຊິ່ງລວມທັງ: ບໍ່ໃຊ້ອາວຸດນິວເຄລຍກ່ອນ, ບໍ່ໃຊ້ອາວຸດນິວເຄລຍຕໍ່ປະເທດບໍ່ມີອາວຸດນິວເຄລຍໃດໆ ແນ່ນອນລວມທັງອູແກຣນ. ຫຼັງຈາກວິກິດການອູແກຣນເກີດຂຶ້ນແລ້ວ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຊີ້ອອກຕື່ມອີກວ່າ: ອາວຸດນິວເຄລຍໃຊ້ບໍ່ໄດ້, ສົງຄາມນິວເຄລຍກໍ່ບໍ່ໄດ້, ຝ່າຍຕ່າງໆຄວນພ້ອມກັນຮັກສາຄວາມປອດໄພຂອງວັດຖຸນິວເຄລຍ ແລະ ສິ່ງກໍ່ສ້າງນິວເຄລຍ.



    ທ່ານວາງຢີ້ເນັ້ນໜັກວ່າ: ທ່ານປະທານສີຈິ້ນຜິງໄດ້ຊີ້ອອກວ່າ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຕ່າງໆຄວນໄດ້ຮັບຄວາມເຄົາລົບ, ຈຸດປະສົງ ແລະ ຫຼັກການຂອງກົດບັດໃນອົງການສະຫະປະຊາຊາດຄວນປະຕິບັດຕາມ, ຄວາມສົນໃຈດ້ານຄວາມໝັ້ນຄົງທີ່ສົມເຫດສົມຜົນຂອງປະເທດຕ່າງໆຄວນໄດ້ຮັບການໃຫ້ຄວາມສຳຄັນ,ທຸກຄວາມພະຍາຍາມທີ່ມີຜົນດີຕໍ່ການແກ້ໄຂວິກິດການໂດຍສັນຕິວິຖີຄວນໄດ້ຮັບການສະໜັບສະໜູນ.