ຕ່າງຝ່າຍຕ່າງເສຍຜົນປະໂຫຍດບໍ່ແມ່ນທາງເລືອກທີ່ມີສະຕິ, ຕ່າງຝ່າຍຕ່າງມີຜົນປະໂຫຍດຈຶ່ງແມ່ນອະນາຄົດຂອງມວນມະນຸດ

2024-02-20 15:40:20 CRI

 

   ວັນທີ 18 ກຸມພານີ້, ທ່ານ ຫວາງຢີ້ ກໍາມະການກົມການເມືອງສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນ ແລະ ທ່ານ ໂຈເຊ ມານຸເອນ ອັບບາເຣສ ລັດຖະມົນຕີກະຊວງການຕ່າງປະເທດແອັດສະປາຍ ໄດ້ຖະແຫຼງຂ່າວຮ່ວມທັງໄດ້ຕອບຄຳຖາມຂອງນັກຂ່າວຢູ່ນະຄອນຄໍໂດບາ ປະເທດແອັດສະປາຍ.


   ໃນໂອກາດນີ້, ມີນັກຂ່າວຖາມວ່າ: ຈີນມີຄໍາເຫັນແນວໃດຕໍ່ບົດລາຍງານກອງປະຊຸມຄວາມໝັ້ນຄົງມູນິກທີ່ຜ່ານມາຢູ່ປະເທດເຢຍລະມັນທີ່ເຫັນວ່າໂລກປະເຊີນກັບຄວາມສ່ຽງ “ຕ່າງຝ່າຍຕ່າງເສຍຜົນປະໂຫຍດ”, ທ່ານ ຫວາງຢີ້ ຕອບວ່າ: ຫົວຂໍ້ຕົ້ນຕໍຂອງກອງປະຊຸມຄວາມໝັ້ນຄົງມູນິກໃນປີນີ້ແມ່ນ ໂລກຈະຕົກຢູ່ໃນສະພາບຕ່າງຝ່າຍຕ່າງເສຍຜົນປະໂຫຍດຫຼືບໍ່, ສິ່ງນີ້ໄດ້ສ່ອງແສງໃຫ້ເຫັນເຖິງການທົບທວນຄືນ ກໍຄືຄວາມເປັນຫ່ວງເປັນໃຍຂອງເອີຣົບທີ່ມີຕໍ່ສະຖານະການໂລກທີ່ມີຄວາມສັບສົນປັ່ນປ່ວນວຸ້ນວາຍເລື້ອຍໆ.


   ທ່ານ ຫວາງຢີ້ ກ່າວເນັ້ນໜັກວ່າ: “ຕ່າງຝ່າຍຕ່າງເສຍຜົນປະໂຫຍດ” ເປັນຈຸດຈົບທີ່ຝ່າຍຕ່າງໆຕ້ອງຫຼີກເວັ້ນຢ່າງເດັດດ່ຽວ ເຊິ່ງມີປະເທດນັບມື້ນັບຫຼາຍກວ່າເກົ່າໄດ້ເລີ່ມຮັບຮູ້ຕໍ່ສິ່ງນີ້ແລ້ວ. ສ່ວນ “ຕ່າງຝ່າຍຕ່າງມີຜົນປະໂຫຍດ” ນັ້ນຈຶ່ງແມ່ນເປົ້າໝາຍທີ່ພວກເຮົາຄວນສະແຫວງຫາຮ່ວມກັນ.