ປະທານາທິບໍດີຝຣັ່ງຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານຫວາງຢີ້

2024-02-21 15:08:25 CRI

 

ວັນທີ 20 ກຸມພານີ້, ທ່ານເອັມມານູເອວ ມາຄຣົງ ປະທານາທິບໍດີຝຣັ່ງໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນທີ່ໄດ້ເດີນທາງໄປຢ້ຽມຢາມຢູ່ນະຄອນຫຼວງປາຣີຂອງຝຣັ່ງ.

 

ທ່ານເອັມມານູເວ ມາຄຣົງກ່າວວ່າ: ຝຣັ່ງໄດ້ຍຶດໝັ້ນປະຕິບັດຕາມນະໂຍບາຍປະເທດຈີນດຽວ, ຫຼັກໝັ້ນດັ່ງກ່າວນີ້ມີຄວາມຄັກແນ່ຈະແຈ້ງຫຼາຍ. ເມື່ອປະເຊີນໜ້າກັບສິ່ງທ້າທາຍຂອງໂລກ, ຝຣັ່ງຍຶດໝັ້ນເປັນເຈົ້າຕົນເອງດ້ານຍຸດທະສາດ, ຍິນດີເພີ່ມທະວີການປະສານງານດ້ານຍຸດທະສາດກັບຈີນ, ຮ່ວມກັນປົກປັກຮັກສາສັນຕິພາບແລະສະຖຽນລະພາບ.

 

ທ່ານຫວາງຢີ້ກ່າວວ່າ: ປັດຈຸບັນນີ້ສະຖານະການສາກົນມີຄວາມວຸ້ນວາຍຫຼາຍ, ບັນຫາຈຸດສຸມມີຄວາມສັບສົນແລະແກ້ໄຂຍາກ, ເສດຖະກິດຂອງໂລກໄດ້ຮັບການຟື້ນຟູຢ່າງຊັກຊ້າ, ສິ່ງທ້າທາຍຕ່າງໆເກີດຂຶ້ນເລື້ອຍໆ. ຈີນແລະຝຣັ່ງລ້ວນແຕ່ເປັນປະເທດໃຫຍ່ທີ່ເປັນເຈົ້າຕົນເອງແລະເປັນເອກະລາດ, ທັງເປັນປະເທດສະມາຊິກຖາວອນຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດແລະກຳລັງທີ່ສຳຄັນໃນໂລກທີ່ມີຫຼາຍຂົ້ວ,ຄວນເພີ່ມທະວີການປະສານງານດ້ານຍຸດທະສາດ, ລົງເລິກການຮ່ວມມືດ້ານຍຸດທະສາດ, ປະກອບສ່ວນຂອງຈີນ-ຝຣັ່ງເຂົ້າໃນການຊຸກຍູ້ສັນຕິພາບແລະສະຖຽນລະພາບຂອງໂລກ.