ການເອົາຊະນະກອງທັບອູແກຣນຢູ່ນະຄອນອັບເດອິບຄາເປັນໄຊຊະນະອັນສໍາຄັນຂອງກອງທັບຣັດເຊຍ

2024-02-21 11:01:41 CRI

 

   ທ່ານ ເຊີເກ ຊອຍກູ ລັດຖະມົນຕີກະຊວງປ້ອງກັນປະເທດຣັດເຊຍ ໄດ້ຢືນຢັນເມື່ອວັນທີ 20 ກຸມພານີ້ວ່າ: ການເອົາຊະນະກອງທັບອູແກຣນຢູ່ນະຄອນອັບເດອິບຄາເປັນໄຊຊະນະອັນສໍາຄັນຂອງກອງທັບຣັດເຊຍ.


   ໃນມື້ດຽວກັນຢູ່ທໍານຽບປະທານາທິບໍດີຣັດເຊຍ, ທ່ານ ຊອຍກູ ໄດ້ລາຍງານສະພາບການທີ່ກ່ຽວຂ້ອງຂອງການເຄື່ອນໄຫວດ້ານການທະຫານພິເສດ ກໍຄືສະພາບການຂອງກອງທັບຣັດເຊຍທີ່ສາມາດຍຶດເອົານະຄອນອັບເດອິບຄາ ເຊິ່ງເປັນເຂດປ້ອງກັນທີ່ສໍາຄັນຂອງກອງທັບອູແກຣນໃຫ້ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍຮັບຊາບ.


   ໃນໂອກາດນີ້, ທ່ານ ປູຕິນ ກ່າວວ່າ: ກ່ອນຜູ້ບັນຊາການກອງທັບອູແກຣນຈະອອກຄໍາສັ່ງໃຫ້ຖອນທະຫານອອກ, ກອງທັບອູແກຣນກໍໄດ້ “ຖອນຕົວອອກແບບວຸ້ນວາຍ” ຈາກນະຄອນອັບເດອິບຄາແລ້ວ. ຄວາມຈິງແລ້ວ, ຄໍາສັ່ງການຖອນທະຫານອອກຂອງອູແກຣນເປັນພຽງແຕ່ “ການຕັດສິນດ້ານການເມືອງ” ເພື່ອປິດບັງຄວາມຈິງດັ່ງກ່າວເທົ່ານັ້ນ.