ຈີນບໍ່ໄດ້ນັ່ງນິ້ງດູດາຍ, ຍິ່ງຈະບໍ່ສວຍໂອກາດເພື່ອຫາຜົນປະໂຫຍດໃນບັນຫາວິກິດການອູແກຣນ

2024-02-21 11:04:47 CRI

 

   ທ່ານນາງ ເມົານີງ ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວເມື່ອວັນທີ 20 ກຸມພານີ້.ໃນໂອກາດນີ້, ມີນັກຂ່າວຈາກຂ່າວສານອີຕາຕັສຂອງຣັດເຊຍຖາມໂດຍອີງຕາມການລາຍງານຂ່າວວ່າ: ອາເມຣິກາພວມພິຈາລະນາລົງໂທດຕໍ່ວິສາຫະກິດຈີນຈໍານວນໜຶ່ງໂດຍຖືເອົາການຮ່ວມມືລະຫວ່າງຣັດເຊຍ-ຈີນເປັນຂໍ້ອ້າງ, ຈີນມີຄໍາເຫັນຕໍ່ກັບເລື່ອງນີ້ເປັນຄືແນວໃດ?


   ທ່ານນາງ ເມົານີງ ຢືນຢັນວ່າ: ຈີນໄດ້ຍຶດໝັ້ນຈຸດຢືນທີ່ຍຸຕິທຳ ແລະ ພາວະວິໄສໃນບັນຫາວິກິດການອູແກຣນຢ່າງສະເໝີຕົ້ນສະເໝີປາຍ, ພ້ອມທັງໄດ້ສຸມໃສ່ການສົ່ງເສີມສັນຕິພາບ ແລະ ຊຸກຍູ້ການເຈລະຈາກັນມາໂດຍຕະຫຼອດ, ພວກຂ້າພະເຈົ້າບໍ່ໄດ້ນັ່ງນິ້ງດູດາຍ, ຍິ່ງຈະບໍ່ສວຍໂອກາດເພື່ອສະແຫວງຫາຜົນປະໂຫຍດ.


   ທ່ານນາງ ເມົານີງ ຊີ້ໃຫ້ເຫັນວ່າ: ຈີນມີສິດດໍາເນີນການຮ່ວມມືແບບປົກກະຕິກັບປະເທດຕ່າງໆຢູ່ໃນໂລກ. ພວກຂ້າພະເຈົ້າຄັດຄ້ານການລົງໂທດພຽງຝ່າຍດຽວ ກໍຄືການໃຊ້ອໍານາດເກີນຂອບເຂດທີ່ບໍ່ມີບ່ອນອ້າງອີງທາງດ້ານກົດໝາຍສາກົນ ແລະ ບໍ່ໄດ້ຮັບການອະນຸຍາດຈາກສະພາຄວາມໝັ້ນຄົງອົງການສະຫະປະຊາຊາດມາໂດຍຕະຫຼອດ, ຈີນຈະສືບຕໍ່ນໍາໃຊ້ມາດຕະການທີ່ຈໍາເປັນ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາ ແລະ ຖືກຕ້ອງຕາມກົດໝາຍຂອງວິສາຫະກິດຈີນຢ່າງເດັດດ່ຽວ.