ຣັດເຊຍເດັດດ່ຽວຄັດຄ້ານການຈັດວາງອາວຸດນິວເຄລຍຢູ່ອະວະກາດ

2024-02-21 14:44:43 cri


ທ່ານ ວາລະດິເມຍ ປູຕິນ ປະທານາທິບໍດີຣັດເຊຍກ່າວໃນວັນທີ 20 ກຸມພານີ້ວ່າ, ຣັດເຊຍໄດ້ຄັດຄ້ານຢ່າງເດັດດ່ຽວຕໍ່ການຂະຫຍາຍອາວຸດນິວເຄລຍຢູ່ອະວະກາດມາໂດຍຕະຫຼອດ,  ຣັດເຊຍ “ພຽງແຕ່ເຮັດສິ່ງທີ່ປະເທດອື່ນໆ ທີ່ລວມທັງອາເມລິກາເຮັດນັ້ນ” ໃນຂົງເຂດອະວະກາດ.


ໃນເວລາທ່ານປູຕິນ ຮັບຟັງການລາຍງານຂອງທ່ານເຊີເກ ຊອຍກູ ລັດຖະມົນຕີກະຊວງປ້ອງກັນປະເທດຣັດເຊຍ ຢູ່ວັງແກລມແລ້ງ ໃນມື້ດຽວກັນ, ທ່ານໄດ້ເວົ້າເຖິງບັນຫາທີ່ອາເມລິກາ ແລະ ບັນດາປະເທດຕາເວັນຕົກອື່ນໆ ພວມປ່າວຂ່າວວ່າ ຣັດເຊຍໄດ້ຈັດວາງອາວຸດນິວເຄລຍຢູ່ອະວະກາດ. ທ່ານຊອຍກູກ່າວວ່າ, ຣັດເຊຍບໍ່ໄດ້ຈັດວາງອາວຸດນິວເຄລຍຢູ່ໃນອະວະກາດ, ຝ່າຍຕາເວັນຕົກກໍ່ຮູ້ແຈ້ງກ່ຽວກັບເລື່ອງນີ້.


ທ່ານປູຕິນຍັງຊີ້ອອກວ່າ, ຣັດເຊຍບໍ່ເຄີຍປະຖິ້ມການດຳເນີນການເຈລະຈາ ກ່ຽວກັບຄວາມໝັ້ນຄົງດ້ານຍຸດທະສາດ, ແລະກໍບໍ່ເຄີຍປະຕິເສດການເຈລະຈາກັບອູແກຣນ.