ຄະນະຜູ້ແທນຫຼາຍພາກສ່ວນຂອງສປປເກົາຫຼີເດີນທາງໄປຢ້ຽມຢາມຣັດເຊຍ

2024-02-21 15:09:10 CRI

 

ອີງຕາມຂ່າວສານສູນກາງສປປເກົາຫຼີລາຍງານໃນວັນທີ 20 ກຸມພານີ້ວ່າ: ສປປເກົາຫຼີໄດ້ສົ່ງຄະນະຜູ້ແທນຈາກພາກສ່ວນຂ່າວກອງ, ພາກສ່ວນຜະລິດຕະພັນນ້ຳແລະພາກສ່ວນການກິລາໄປຢ້ຽມຢາມຣັດເຊຍເພື່ອດຳເນີນການແລກປ່ຽນ.

 

ຕາມການລາຍງານວ່າ: ໃນວັນທີ 19 ກຸມພານີ້, ລັດຖະມົນຕີກະຊວງອຸດສາຫະກຳຂໍ້ມູນຂ່າວສານແຫ່ງສປປເກົາຫຼີໄດ້ນຳພາຄະນະຜູ້ແທນເດີນທາງອອກຈາກນະຄອນຫຼວງພຽງຢາງໄປນະຄອນຫຼວງມົສກູຂອງຣັດເຊຍ, ເພື່ອຈະເຂົ້າຮ່ວມເວທີເປິກສາຫາລື IT ເອີຣົບອາຊີທີ່ຈະຈັດຂຶ້ນແຕ່ວັນທີ 20 ຫາວັນທີ 21 ກຸມພານີ້ຕາມແຜນການ; ໃນມື້ດຽວກັນ, ຮອງລັດຖະມົນຕີກະຊວງຜະລິດຕະພັນນ້ຳໄດ້ນຳພາຄະນະຜູ້ແທນສປປເກົາຫຼີຂອງຄະນະກຳມະການຮ່ວມດ້ານຜະລິດຕະພັນນ້ຳສປປເກົາຫຼີ-ຣັດເຊຍເດີນທາງໄປຣັດເຊຍ, ເຂົ້າຮ່ວມກອງປະຊຸມຄັ້ງທີ 31 ຂອງຄະນະກຳມະການຮ່ວມດ້ານຜະລິດຕະພັນນ້ຳສປປເກົາຫຼີ-ຣັດເຊຍ; ຮອງລັດຖະມົນຕີກະຊວງການກິລາກໍໄດ້ນຳພາຄະນະຜູ້ແທນໄປຣັດເຊຍເພື່ອເຂົ້າຮ່ວມພິທີເຊັນສັນຍາການແລກປ່ຽນດ້ານການກິລາລະຫວ່າງສປປເກົາຫຼີ-ຣັດເຊຍປີ 2024.