ອົງການພະລັງງານປະລະມານູສາກົນ ຮຽກຮ້ອງໃຫ້ເພີ່ມທະວີການປ້ອງກັນຄວາມປອດໄພຕໍ່ໂຮງໄຟຟ້ານິວເຄລຍ

2024-02-22 17:02:37 cri


ເນື່ອງຈາກວ່າສະຖານະການຢູ່ເຂດອ້ອມແອ້ມໂຮງໄຟຟ້ານິວເຄລຍ ຊາໂພຣີເຊຍ ສືບຕໍ່ປັ່ນປ່ວນ, ວັນທີ 21 ກຸມພານີ້, ທ່ານ ຣາເຟວ ໂກຣຊີ ຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມານູສາກົນ ຮຽກຮ້ອງໃຫ້ຝ່າຍຕ່າງໆຈົ່ງຮັກສາຄວາມອົດກັ້ນໄວ້ຢ່າງສຸດຂີດ, ແລະປະຕິບັດຕາມ 5 ຫຼັກການທີ່ທ່ານສະເໜີອອກຢູ່ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໃນເດືອນພຶດສະພາປີກາຍນີ້, ເຊິ່ງລວມທັງການບໍ່ດໍາເນີນການ ໂຈມຕີໃດໆຕໍ່ໂຮງໄຟຟ້ານິວເຄລຍ.


ທ່ານ ຣາເຟວ ໂກຣຊີ ກ່າວເນັ້ນວ່າ, ບໍ່ວ່າໃນເວລາໃດ, ກໍ່ຕ້ອງປົກປັກຮັກສາຄວາມປອດໄພຂອງພະນັກງານທີ່ເຮັດວຽກຢູ່ໃນໂຮງໄຟຟ້ານິວເຄລຍ ຊາໂພຣີເຊຍ ແລະຫຼີກເວັ້ນການໂຈມຕີ ຫຼືການເຄື່ອນໄຫວທາງການທະຫານທີ່ອາດຈະສົ່ງຜົນກະທົບຕໍ່ຄວາມປອດໄພ ແລະລະບົບປ້ອງກັນຄວາມປອດໄພຂອງໂຮງໄຟຟ້ານິວເຄລຍດັ່ງກາວ.