ຈີນຮຽກຮ້ອງໃຫ້ປະຊາຄົມໂລກເດັດດ່ຽວຮັກສາລະບົບສາກົນທີ່ຖືອົງການສະຫະປະຊາຊາດເປັນແກນກາງ

2024-02-22 10:19:40 CRI


    ວັນທີ 20 ກຸມພານີ້, ໃນການອະພິປາຍທົ່ວໄປໃນກອງປະຊຸມປີ2024 ຂອງຄະນະກຳມະການພິເສດກ່ຽວກັບກົດບັດອົງການສະຫະປະຊາຊາດ ແລະ ການເພີ່ມທະວີບົດບາດຂອງອົງການສະຫະປະຊາຊາດ,ທ່ານໄຕ້ປີ່ງ ຮອງຜູ້ຕາງໜ້າຖາວອນຈີນປະຈຳອົງການສະຫະປະຊາຊາດກ່າວວ່າ: ໂດຍຜະເຊີນໜ້າກັບສິ່ງທ້າທ້າຍທົ່ວໂລກທີ່ບໍ່ເຄີຍມີມາກ່ອນ, ປະຊາຄົມໂລກຍິ່ງຕ້ອງການຄວາມເດັດດ່ຽວເພື່ອຮັກສາລະບົບສາກົນທີ່ຖືອົງການສະຫະປະຊາຊາດເປັນແກນກາງ, ລະບຽບສາກົນທີ່ຖືກົດໝາຍສາກົນເປັນພື້ນຖານ ພ້ອມທັງກົດລະບຽບພື້ນຖານການພົວພັນສາກົນທີ່ຖືຈຸດປະສົງ ແລະຫຼັກການຂອງກົດບັດອົງການສະຫະປະຊາຊາດເປັນພື້ນຖານ.