ບັ​ນ​ດາ​ປະ​ເທດ BRICS ໄດ້​ກາຍ​ເປັນ​ກຳ​ລັງ​ທີ່​ຕັ້ງ​ໜ້າ ໝັ້ນ​ຄົງ ແລະ​ຫັນ​ໄປ​ໃນ​ແງ່​ດີ​ໃນ​ວຽກ​ງານ​ສາ​ກົນ

2024-02-23 16:48:12 cri


ວັນທີ 22 ກຸມພານີ້, ທ່ານນາງ ມາວນີງ ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານຈັດກອງປະຊຸມຖະແຫຼງຂ່າວປະຈຳ. ມີນັກຂ່າວຖາມວ່າ: ຕາມຂ່າວແຈ້ງວ່າ, ຫວ່າງມໍ່ໆມານີ້, ທ່ານນີໂຄລັສ ມາດູໂຣ ໂມໂຣສ, ປະທານາທິບໍດີເວເນຊູເອລາກ່າວວ່າ, ໂລກອານານິຄົມເກົ່າທີ່ເຕັມໄປດ້ວຍສົງຄາມ, ການແຊກແຊງ, ການຂ້າລ້າງເຜົ່າພັນແລະການຈຳແນກເຊື້ອຊາດຜິວພັນ ພວມຖືກເຂົ້າແທນໂດຍໂລກໃໝ່ທີ່ນຳພາໂດຍປະເທດ ບຣິກສ(BRICS). ຈີນມີຄວາມເຫັນແນວໃດຕໍ່ກັບເລື່ອງນີ້?


ທ່ານນາງ ມາວນີງ ກ່າວວ່າ, ການຮ່ວມມື BRICS ໄດ້ລິເລີ່ມການເປີດປະຕູ, ໂອບເອື້ອອາລີ, ແລະ ເປັນການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ເພື່ອບັນລຸການພັດທະນາຮ່ວມກັນ ແລະ ຄວາມຈະເລີນໂດຍທົ່ວໄປ. ໃນຖານະທີ່ເປັນເວທີສຳຄັນຂອງການຮ່ວມມືລະຫວ່າງປະເທດທີ່ເປັນຕະຫຼາດຈະເລີນໃໝ່ແລະການຮ່ວມມືລະຫວ່າງບັນດາປະເທດພວມພັດທະນາ, BRICS ໄດ້ສຸມກຳລັງເຂົ້າໃນການຮັກສາລັດທິຫຼາຍຝ່າຍ, ຕັ້ງໜ້າເຂົ້າຮ່ວມການຄຸ້ມຄອງເສດຖະກິດໂລກມາໂດຍຕະຫຼອດ, ເພື່ອຊຸກຍູ້ລະບຽບການສາກົນໃຫ້ພັດທະນາໄປສູ່ທິດທາງທີ່ຍຸຕິທຳຫຼາຍກວ່າເກົ່າແລະສົມເຫດສົມຜົນກວ່າເກົ່າ.