ຜູ້ຕາງໜ້າຈີນ: ການບັນລຸການຢຸດຍິງຢູ່ເຂດກາຊາໃນທັນທີແມ່ນຄວາມເຫັນທີ່ເປັນເອກະພາບກັນຢ່າງລົ້ນເຫຼືອຂອງສະມາຊິກສະພາຄວາມໝັ້ນຄົງ

2024-02-23 14:37:39 CRI

 

ວັນທີ 22 ກຸມພານີ້, ທ່ານຈ່າງຈວິ່ນ ຜູ້ຕາງໜ້າຖາວອນຈີນປະຈຳອົງການສະຫະປະຊາຊາດໄດ້ເນັ້ນໜັກໃນເວລາກ່າວຄຳປາໄສຢູ່ກອງປະຊຸມເປີດກວ້າງຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດກ່ຽວກັບບັນຫາອິດສະຣາແອນ-ປາແລັດສະຕິນວ່າ: ການບັນລຸການຢຸດຍິງຢູ່ເຂດກາຊາໃນທັນທີແມ່ນຄວາມຮຽກຮ້ອງໂດຍທົ່ວໄປຂອງປະຊາຄົມໂລກ, ກໍ່ແມ່ນຄວາມເຫັນທີ່ເປັນເອກະພາບກັນຢ່າງລົ້ນເຫຼືອຂອງສະມາຊິກສະພາຄວາມໝັ້ນຄົງ.

 

ທ່ານຈ່າງຈວິ່ນກ່າວວ່າ: ການປະທະກັນຢູ່ເຂດກາຊາໄດ້ເກີດຂຶ້ນມາເປັນເວລາ 4 ເດືອນກວ່າແລ້ວ. ມວນຊົນຢູ່ເຂດກາຊາ 1.500.000 ກວ່າຄົນໄດ້ເຕົ້າໂຮມກັນຢູ່ນະຄອນຣາຟາຢ່າງຖືກບັງຄັບ, ຖ້າອິດສະຣາແອນໂຈມຕີທາງການທະຫານຕໍ່ນະຄອນຣາຟາຢ່າງຮຸນແຮງກວ່າເກົ່າ, ຍ່ອມຈະເຮັດໃຫ້ມີສາມັນຊົນຜູ້ເສຍຊີວິດແລະບາດເຈັບຈຳນວນຫຼວງຫຼາຍແລະສ້າງໄພພິບັດດ້ານມະນຸດສະທຳທີ່ຄາດບໍ່ໄດ້ກ, ຈະເຮັດໃຫ້ມີການທຳລາຍຕໍ່ສັນຕິພາບຂອງພາກພື້ນຢ່າງກອບກູ້ບໍ່ໄດ້, ຈີນເດັດດ່ຽວຄັດຄ້ານ.

 

ທ່ານຈ່າງຈວິ່ນຍັງກ່າວຕື່ມວ່າ: ສອງມື້ທີ່ຜ່ານມາ, ຍ້ອນວ່າອາເມຣິການຳໃຊ້ສິດການປະຕິເສດ, ສະພາຄວາມໝັ້ນຄົງໄດ້ເສຍໂອກາດການຊຸກຍູ້ການຢຸດຍິງຢູ່ເຂດກາຊາອີກເທື່ອໜຶ່ງ. ການບັນລຸການຢຸດຍິງຢູ່ເຂດກາຊາໃນທັນທີ, ແມ່ນຄວາມຮຽກຮ້ອງຕ້ອງການຢ່າງຮີບດ່ວນຂອງການກອບກູ້ເອົາຊີວິດທີ່ບໍ່ມີໂທດຫຍັງ, ແມ່ນຄວາມຮຽກຮ້ອງຕ້ອງການຢ່າງຮີບດ່ວນຂອງການສະກັດກັ້ນບໍ່ໃຫ້ເກີດສົງຄາມທີ່ມີຂອບເຂດກວ້າງກວ່າເກົ່າ.