ຊູດັງປະຊາກອນພຽງບໍ່ຮອດ 5% ສາມາດກິນອິ່ມຄາບໜ່ຶງໃນແຕ່ລະມື້

2024-02-23 16:13:39 CRI

    ວັນທີ 21 ກຸມພານີ້, ວິທະຍຸກະຈາຍສຽງດາຟູຊູດັງລາຍງານວ່າ: ໂຄງການອາຫານໂລກ ຫຼື WFP ກ່າວໃນມື້ດຽວກັນວ່າ: ຊູດັງກຳລັງຜະເຊີນໜ້າກັບວິກິດການດ້ານທັນຍາຫານຢ່າງໜັກໜ່ວງ, ມີ່ປະຊາກອນພຽງບໍ່ຮອດ 5% ເທົ່ານັ້ນທີ່ສາມາດກິນອິ່ມຄາບໜຶ່ງໃນແຕ່ລະມື້.


    ປັດຈຸບັນ, ຢູ່ຊູດັງມີເກືອບ 18 ລ້ານຄົນຕົກຢູ່ໃນສະພາບທີ່ອຶດຫິວຢ່າງໜັກໜ່ວງ,ກວມເກືອບ 40% ຂອງປະຊາກອນທົ່ວປະເທດ, ໃນນັ້ນມີປະມານ 5 ລ້ານຄົນຍັງຢູ່ໃນສະພາບທີ່ສຸກເສີນໃນດ້ານທັນຍາຫານທີ່ຍິ່ງຂາດແຄນ.



    ການເຄື່ອນໄຫວກອບກູ້ຊ່ວຍເຫຼືອຢູ່ຊູດັງຂອງໂຄງການ WFP ຍັງຂາດເງິນທຶນຢ່າງຫຼວງຫຼາຍ, ເຂົາເຈົ້າພຽງແຕ່ສາມາດສະໜອງການຊ່ວຍເຫຼືອໃຫ້ແກ່ປະຊາຊົນຊູດັງປະມານ 10% ໃນປັດຈຸບັນ.