ອູແກຣນເຊັນສັນຍາການຮັບປະກັນຄວາມໝັ້ນຄົງກັບການາດາ ແລະ ອິຕາລີ

2024-02-25 16:58:49 CRI

 

    ວັນທີ 24 ກຸມພານີ້, ອູແກຣນໄດ້ເຊັນສັນຍາການຮັບປະກັນຄວາມໝັ້ນຄົງ ກັບ ການາດາ ແລະ ອິຕາລີ. ທ່ານໂວໂລດີເມຍ ເຊເລນສະກີ ປະທານາທິບໍດີອູແກຣນໄດ້ແຈ້ງໃຫ້ຮູ້ຂ່າວດັ່ງກ່າວຢູ່ສື່ສັງຄົມອອນລາຍຂອງຕົນ.ມື້ດຽວກັນ, ທ່ານຈຸສທິນ ຕຣູດົວ ນາຍົກລັດຖະມົນຕີການາດາໄດ້ກ່າວວ່າການາດາຈະສະໜອງການຊ່ວຍເຫຼືອທີ່ມີມູນຄ່າ 3 ຕື້ 20 ລ້ານໂດລາການາດາໃຫ້ແກ່ອູແກຣນ.