ຄະນະກຳມະການສະຫະພາບເອີຣົບມີແຜນຈະສ້າງຕັ້ງຫ້ອງການປ້ອງກັນປະເທດຢູ່ນະຄອນຫຼວງຂອງອູແກຣນ

2024-02-25 14:15:00 cri


ວັນທີ 24 ກຸມພານີ້, ຂ່າວສານອູແກຣນລາຍງານວ່າ: ທ່ານນາງ ອູຊູລາ ວອນເດີເລເຢັນ ປະທານຄະນະກຳມະການສະຫະພາບເອີຣົບກ່າວໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນຢູ່ນະຄອນຫຼວງກຽບຂອງອູແກຣນໃນມື້ດຽວກັນວ່າ: ຫຼັງຈາກນີ້ 3 ອາທິດ, ຄະນະກຳມະການສະຫະພາບເອີຣົບຈະສະເໜີຍຸດທະສາດອຸດສາຫະກຳປ້ອງກັນປະເທດສະບັບໃໝ່ ເພື່ອສະໜັບສະໜູນອູ

ແກຣນ ແລະ ມີແຜນຈະສ້າງຕັ້ງຫ້ອງການປ້ອງກັນປະເທດຢູ່ນະຄອນຫຼວງກຽບເພື່ອເພີ່ມທະວີການຮ່ວມມື.

ທ່ານນາງວອນເດີເລເຢັນກ່າວວ່າ: ນີ້ຈະເປັນບາດກ້າວທີໜຶ່ງທີ່ຈະຈັດເອົາອູແກຣນເຂົ້າໃນແຜນການອຸດສາຫະກຳປ້ອງກັນປະເທດຂອງສະຫະພາບເອີຣົບ.