ອາກຊັງຕິນມີຜູ້ຖືກປົ່ງມະຕິເປັນພະຍາດໄຂ້ເລືອດອອກຫຼາຍກວ່າ 40.000 ກໍລະນີ

2024-02-25 14:25:37 cri


ວັນທີ 24 ກຸມພານີ້, ກະຊວງສາທາລະນະສຸກອາກຊັງຕິນໄດ້ອອກຖະແຫຼງການພະຍາດຕິດແປດວິທະຍາແຫ່ງຊາດໂດຍລະບຸວ່າ: ນັບແຕ່ວັນທີ 1 ມັງກອນປີ 2024 ມາຮອດປັດຈຸບັນ, ອາກຊັງຕິນມີຜູ້ຖືກປົ່ງມະຕິເປັນພະຍາດໄຂ້ເລືອດອອກຫຼາຍກວ່າ 40.000 ກໍລະນີ.

ກະຊວງສາທາລະນະສຸກອາກຊັງຕິນຢືນຢັນວ່າ: ປີນີ້ໄດ້ມີການລາຍງານວ່າ ມີຜູ້ເປັນພະຍາດໄຂ້ເລືອດອອກ 40.137 ກໍລະນີ. ຍ້ອນມີຜູ້ເປັນພະຍາດເພີ່ມຂຶ້ນຫຼາຍ ແລະ ມີອາກາດຮ້ອນຢ່າງຕໍ່ເນື່ອງ, ສາທາລະນະສຸກອາກຊັງຕິນຈຶ່ງເຕືອນໃຫ້ປະຊາຊົນຈົ່ງເພີ່ມທະວີການປ້ອງກັນຕົວ ເຊິ່ງລວມທັງມາດຕະການຕ່າງໆ ເຊັ່ນ: ຂ້າເຊື້ອຢູ່ບ່ອນທີ່ອາດຈະເກີດມີຍຸງ, ນຳໃຊ້ຢາຂ້າຍຸງເພື່ອຫຼີກເວັ້ນບໍ່ໃຫ້ຍຸງກັດ ແລະ ເມື່ອມີອາການກໍຕ້ອງໄປກວດຢູ່ໂຮງໝໍໂດຍໄວ.