ລັດຖະມົນຕີເສດຖະກິດການເງິນຝຣັ່ງກ່າວວ່າ: ການ “ປ່ອຍ” ຊັບສິນຂອງຣັດເຊຍທີ່ຖືກອາຍັດໄວ້ເພື່ອຊ່ວຍເຫຼືອອູແກຣນແມ່ນ “ຂາດພື້ນຖານທາງດ້ານກົດໝາຍ”

2024-02-29 16:21:06 cri

ວັນທີ 28 ກຸມພານີ້, ທ່ານບຣູໂນ ເລ ແມຣ ລັດຖະມົນຕີກະຊວງເສດຖະກິດການເງິນຝຣັ່ງກ່າວວ່າ: ໃນລະບົບສາກົນແມ່ນຂາດພື້ນຖານທາງດ້ານກົດໝາຍເພື່ອສະໜັບສະໜູນການໃຊ້ຊັບສິນຂອງຣັດເຊຍທີ່ຖືກອາຍັດໄວ້ມາຊ່ວຍເຫຼືອອູແກຣນ ໂດຍເນັ້ນໜັກວ່າ: ການກະທຳນີ້ຕ້ອງໄດ້ຮັບການສະໜັບສະໜູນຈາກປະເທດສະມາຊິກກຸ່ມG20 ແລະປະຊາຄົມໂລກ.

 

ພາຍຫຼັງເກີດການປະທະກັນລະຫວ່າງຣັດເຊຍ ແລະອູແກຣນແລ້ວ, ສະຫະພາບເອີຣົບ, ກຸ່ມG7 ແລະອົດສະຕາຣາລີໄດ້ອາຍັດຊັບສິນຂອງທະນາຄານກາງຣັດເຊຍທີ່ມີມູນຄ່າປະມານ 260 ຕື້ເອີໂຣ. ວັນທີ 27 ກຸມພານີ້, ທ່ານນາງເຈເນັດ ເຢເລນ ລັດຖະມົນຕີກະຊວງການເງິນອາເມຣິກາໄດ້ຮຽກຮ້ອງໃຫ້ບັນດາປະເທດ “ປ່ອຍ” ສັບຊິນຂອງຣັດເຊຍທີ່ຖືກອາຍັດໄວ້ມາຊ່ວຍເຫຼືອອູແກຣນ. ຂະນະດຽວກັນ, ທ່ານນາງເອີຊຸລາ ວອນເດີເລເຍນ ປະທານຄະນະກຳມາທິການເອີຣົບກ່າວໃນວັນທີ 28 ກຸມພານີ້ວ່າ: ສະຫະພາບເອີຣົບຄວນພິຈາລະນານຳໃຊ້ຜົນກຳໄລທີ່ໄດ້ຮັບຈາກສັບຊິນຂອງຣັດເຊຍທີ່ຖືກອາຍັດເພື່ອຊື້ອາວຸດໃຫ້ອູແກຣນ.