ຈີນທວງໃຫ້ຍີ່ປຸ່ນອີກເທື່ອໜຶ່ງຕ້ອງແກ້ໄຂນ້ຳປົນເປື້ອນລັງສີນິວເຄລຍດ້ວຍຄວາມຮັບຜິດຊອບແລະມີທ່າທີລັກສະນະສ້າງສັນ

2024-02-29 14:34:42 cri


   ວັນທີ29ກຸມພານີ້, ໂຄສົກສະຖານທູດຈີນປະຈຳຍີ່ປຸ່ນໄດ້ກ່າວກ່ຽວກັບຍີ່ປຸ່ນເລີ່ມລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລຮອບທີ 4 ໃນວັນທີ 28 ກຸມພານີ້ວ່າ: ຍີ່ປຸ່ນບໍ່ເອົາຫົວຊານຳຄວາມເອົາໃຈໃສ່ຢ່າງຍຸຕິທຳຈາກປະຊາຊົນແລະການຄັດຄ້ານຢ່າງແຮງກ້າຈາກປະຊາຄົມໂລກ, ໄດ້ລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລຢ່າງຕໍ່ເນື່ອງ, ເພື່ອໂອນຄວາມສ່ຽງທີ່ຖືກເສື່ອມພິດທາງນິວເຄລຍໃຫ້ທົ່ວໂລກ, ຈີນສະແດງຄວາມບໍ່ພໍໃຈຢ່າງແຮງຕໍ່ກັບເລື່ອງນີ້.

   ໂຄສົກທ່ານນີ້ກ່າວຕື່ມວ່າ: ການລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລແມ່ນກ່ຽວຂ້ອງເຖິງຄວາມປອດໄພທາງທະເລແລະສຸຂະພາບຂອງປະຊາຊົນທົ່ວໂລກ, ແຕ່ຍີ່ປຸ່ນຊ້ຳພັດເກີດອຸບັດເຫດໃນເວລາແກ້ໄຂນ້ຳປົນເປື້ອນລັງສີນິວເຄລຍເທື່ອແລ້ວເທື່ອອີກ ເຊິ່ງສະແດງໃຫ້ເຫັນຢ່າງເຕັມສ່ວນເຖິງການຄຸ້ມຄອງຢ່າງວຸ້ນວາຍແລະການຕິດຕາມກວດກາບໍ່ໄດ້ຮັບຜົນຂອງພວກເຂົາ, ເຄື່ອງມືແກ້ໄຂນ້ຳປົນເປື້ອນລັງສີນິວເຄລຍບໍ່ໜ້າໄວ້ວາງໃຈແລະໃຊ້ງານໄດ້ດົນ. ຈີນໄດ້ທວງໃຫ້ຍີ່ປຸ່ນອີກເທື່ອໜຶ່ງຕ້ອງປະຕິບັດຕໍ່ຄວາມເອົາໃຈໃສ່ທີ່ສົມເຫດສົມຜົນຢູ່ພາຍໃນປະເທດແລະຕ່າງປະເທດຢ່າງເຄັ່ງຂຶມ, ແກ້ໄຂນ້ຳປົນເປື້ອນລັງສີນິວເຄລຍດ້ວຍຄວາມຮັບຜິດຊອບແລະມີທ່າທີລັກສະນະສ້າງສັນ.