ການປະທະກັນລະຫວ່ງປາແລັດສະຕິນ ກັບ ອິດສະຣາແອນຮອບນີ້ເຮັດໃຫ້ປະຊາຊົນຢູ່ເຂດກາຊາເສຍຊີວິດຫຼາຍກວ່າ 30.000 ຄົນ

2024-02-29 15:15:48 cri

 


    ວັນທີ 29 ກຸມພານີ້, ພາກສ່ວນສາທາລະນະສຸກເຂດກາຊາປາແລັດສະຕິນແຈ້ງໃຫ້ຮູ້ວ່າ: ນັບແຕ່ການປະທະກັນລະຫວ່າງປາແລັດສະຕິນ ກັບ ອິດສະຣາແອນຮອບໃໝ່ເກີດຂຶ້ນໃນວັນທີ 7 ຕຸລາ 2023 ເປັນຕົ້ນມາ, ການເຄື່ອນໄຫວດ້ານການທະຫານຂອງກອງທັບອິດສະຣາແອນຢູ່ເຂດກາຊາໄດ້ເຮັດໃຫ້ປະຊາຊົນປາແລັດສະຕິນເສຍຊີວິດຫຼາຍກວ່າ 30.000 ໝື່ນຄົນ.

    ສຳນັກງານຂ້າຫຼວງໃຫຍ່ດ້ານວຽກງານມະນຸດສະທຳອົງການສະຫະປະຊາຊາດໄດ້ເປີດເຜີຍບົດລາຍງານກ່ຽວກັບສະພາບການຜືນແຜ່ນດິນປາແລັດສະຕິນຖືກຍຶດສະບັບຫຼ້າສຸດໃນວັນທີ 28 ກຸມພານີ້, ໂດຍລະບຸວ່າ: ບັນດາຝ່າຍໄດ້ລະເມີດກົດໝາຍວ່າດ້ວຍມະນຸດສະທຳສາກົນຢ່າງຊັດເຈນ, ອາດຈະເປັນອາດຊະຍາກຳສົງຄາມ, ພ້ອມທັງໄດ້ຮຽກຮ້ອງໃຫ້ດຳເນີນການສືບສວນຕື່ມອີກ. ບົດລາຍງານລະບຸຕື່ມວ່າ: ຕ້ອງປ້ອງກັນໂຮງໝໍ ແລະ ພື້ນຖານໂຄງລ່າງທາງພົນລະເຮືອນອື່ນໆທີ່ມີຄວາມໝາຍສຳຄັນຕໍ່ການຢູ່ລອດຂອງປະຊາຊົນຢູ່ເຂດກາຊາ.