ປະທານາທິບໍດີຣັດເຊຍຜ່ານບົດລາຍງານສະພາບແຫ່ງຊາດປະຈຳປີ

2024-03-01 11:18:06 cri


   ວັນທີ 29 ກຸມພາຜ່ານມານີ້, ທ່ານວະລາດີເມຍ ປູຕີນ ປະທານາທິບໍດີຣັດເຊຍໄດ້ຜ່ານບົດລາຍງານສະພາບແຫ່ງຊາດປະຈຳປີຕໍ່ກອງປະຊຸມສະຫະພັນຣັດເຊຍ. ນີ້ແມ່ນທ່ານຜ່ານບົດລາຍງານສະພາບແຫ່ງຊາດປະຈຳປີຄັ້ງທີ 19 ຫຼັງຈາກປີ 2000 ເປັນຕົ້ນມາ.

   ທ່ານປູຕີນກ່າວວ່າ: ຄວາມໄວດ້ານການເຕີບໂຕຂອງເສດຖະກິດຣັດເຊຍແມ່ນສູງກວ່າລະດັບສະເລ່ຍຂອງໂລກ, ຣັດເຊຍຈະກາຍເປັນໜຶ່ງໃນ 4 ກຸ່ມເສດຖະກິດໃຫຍ່ຂອງໂລກພາຍໃນບໍ່ເທົ່າໃດປີຂ້າງໜ້າ.

   ທ່ານປູຕີນກ່າວຕື່ມວ່າ: ການກະທຳຂອງອາເມຣິກາເຮັດໃຫ້ລະບົບຄວາມໝັ້ນຄົງຂອງເອີຣົບຖືກທຳລາຍ ເຊິ່ງໄດ້ສ້າງຄວາມສ່ຽງຕໍ່ປະເທດທັງໝົດ. ພາຍໃຕ້ເບື້ອງຫຼັງດັ່ງກ່າວ, ຄວນສ້າງໂຄງລ່າງຄວາມໝັ້ນຄົງໃໝ່ທີ່ສະເໝີພາບແລະປອດໄພຢູ່ເຂດເອີຣົບແລະອາຊີໃນອະນາຄົດອັນໃກ້ນີ້. ຣັດເຊຍຈະສົນທະນາກັບທຸກໆປະເທດແລະອົງການຈັດຕັ້ງທີ່ມີເຈຕະນາກ່ຽວກັບບັນຫານີ້. ຣັດເຊຍບໍ່ອະນຸຍາດໃຫ້ບຸກຄົນໃດໆແຊກແຊງວຽກງານພາຍໃນຂອງຕົນ.

   ບົດລາຍງານສະພາບແຫ່ງຊາດສະບັບນີ້ແມ່ນກ່ຽວຂ້ອງກັບການພັດທະນາຂອງຄອບຄົວ, ການຍົກສູງລາຍໄດ້ຂອງປະຊາຊົນ, ການເພີ່ມຂຶ້ນຂອງປະຊາກອນ,  ການຮັບມືກັບການລົງໂທດ, ການເຄື່ອນໄຫວທາງການທະຫານພິເສດ ແລະອື່ນໆ.