ຂ້າຫຼວງໃຫຍ່ເພື່ອສິດທິມະນຸດຂອງອົງການສປຊກ່າວວ່າ: ການປະທະກັນຢູ່ເຂດກາຊາຕ້ອງສິ້ນສຸດລົງ

2024-03-01 14:52:31 cri

ວັນທີ 29 ກຸມພາຜ່ານມານີ້, ກອງປະຊຸມຄັ້ງທີ 55 ຂອງສະພາສິດທິມະນຸດອົງການສະຫະປະຊາຊາດໄດ້ຈັດກອງປະຊຸມກ່ຽວກັບສະພາບສິດທິມະນຸດຢູ່ດິນແດນປາແລັດສະຕິນທີ່ຖືກຍຶດຄອງ. ທ່ານໂວນເກີ ເຕີກ ຂ້າຫຼວງໃຫຍ່ເພື່ອສິດທິມະນຸດຂອງອົງການສະຫະປະຊາຊາດກ່າວເຕືອນວ່າ: ປະຊາຊົນຢູ່ເຂດກາຊາພວມຜະເຊີນກັບໄພຂົ່ມຂູ່ຈາກຄວາມອຶດຫິວ, ບໍ່ມີຄຳສັບໃດທີ່ຈະພັນລະນາເຖິງຄວາມຢ້ານກົວຢູ່ເຂດກາຊາ, ການປະທະກັນຢູ່ເຂດກາຊາຕ້ອງສິ້ນສຸດລົງ.

 

ທ່ານກ່າວຕື່ມວ່າ: ການປະທະກັນຮອບນີ້ “ເປັນການສັງຫານໝູ່”. ນັບແຕ່ເກີດການປະທະກັນຮອບໃໝ່ລະຫວ່າງປາແລັດສະຕິນ ກັບອິດສະຣາແອນໃນຕົ້ນເດືອນຕຸລາປີ 2023 ເປັນຕົ້ນມາ, ຢູ່ເຂດກາຊາມີຜູ້ເສຍຊີວິດ ແລະບາດເຈັບຫຼາຍກວ່າ 100.000 ຄົນ. ນັບແຕ່ເດືອນກຸມພາຜ່ານມານີ້ເປັນຕົ້ນມາ, ຈຳນວນລົດຂົນສົ່ງເຄື່ອງບັນເທົາທຸກໃຫ້ພາກເໜືອເຂດກາຊາໄດ້ຫຼຸດລົງເລື້ອຍໆ, ບໍ່ສາມາດດຳເນີນວຽກງານມະນຸດສະທຳ ເຊິ່ງເປັນໄພພິບັດຕໍ່ປະຊາຊົນເຂດກາຊາທີ່ເພິ່ງພາອາໄສເຄື່ອງບັນເທົາທຸກ.