ກອງປະຊຸມສິ່ງແວດລ້ອມສະຫະປະຊາຊາດຄັ້ງທີ 6 ໄດ້ສິ້ນສຸດລົງ ແລະ ໄດ້ຜ່ານມະຕິກ່ຽວກັບສິ່ງແວດລ້ອມຫຼາຍສະບັບ

2024-03-02 15:02:46 cri


ວັນທີ 1 ມີນານີ້, ກອງປະຊຸມສິ່ງແວດລ້ອມຂອງອົງການສະຫະປະຊາຊາດຄັ້ງທີ 6 ໄດ້ອັດລົງຢູ່ນະຄອນຫຼວງໄນໂຣບີປະເທດເຄັນຢາ. ໃນມື້ອັດກອງປະຊຸມ, ຜູ້ຕາງໜ້າຈາກ 193 ປະເທດສະມາຊິກຂອງອົງການສະຫະປະຊາຊາດໄດ້ລົງຄະແນນສຽງຮັບຮອງເອົາມະຕິ  15 ສະບັບແລະຂໍ້ຕົກລົງ 2 ຂໍ້, ໂດຍໄດ້ກວມເອົາເນື້ອໃນຫຼາຍດ້ານ ແຫ່ງການແກ້ໄຂວິກິດການໂລກສາມຢ່າງ ຄື: "ການປ່ຽນແປງຂອງດິນຟ້າອາກາດ, ການສູນເສຍສິ່ງແວດລ້ອມທຳມະຊາດແລະຊີວະນານາພັນ, ບັນຫາມົນລະພິດແລະສິ່ງເສດເຫຼືອ." ພ້ອມກັນນັ້ນ, ຍັງໄດ້ຮັບຮອງເອົາຖະແຫຼງການລັດຖະມົນຕີສະບັບໜຶ່ງ, ໃນນັ້ນ ປະຊາຄົມໂລກໄດ້ສະແດງຄວາມປາດຖະໜາຢ່າງແຂງແຮງແຫ່ງການຜ່ອນຄາຍການປ່ຽນແປງຂອງດິນຟ້າອາກາດ, ຟື້ນຟູທຳມະຊາດແລະທີ່ດິນ ແລະສ້າງໂລກປອດມົນລະພິດ.


ໃນພິທີອັດກອງປະຊຸມ, ທ່ານນາງ ອິນເກີ ອັນເດີເຊັນ, ຜູ້ອຳນວຍການບໍລິຫານງານຂອງໂຄງການສິ່ງແວດລ້ອມແຫ່ງສະຫະປະຊາຊາດ ຫຼື UNEP ໃຫ້ຮູ້ວ່າ: “ກອງປະຊຸມຄັ້ງນີ້ໄດ້ເລີ່ມດຳເນີນການສົນທະນາທີ່ສຳຄັນຫຼາຍຢ່າງ, ເຖິງວ່າບໍ່ໄດ້ຮັບການປະຕິບັດທັງໝົດ, ແຕ່ຂ້າພະເຈົ້າເຊື່ອໝັ້ນວ່າ, ພວກເຮົາຈະສືບຕໍ່ດຳເນີນຕໍ່ໄປ ບົນພື້ນຖານຈິດໃຈຊອກຫາແຜນການແກ້ໄຂບັນຫາ ທີ່ມີປະສິດທິຜົນແລະມີຜົນດີຕໍ່ມະນຸດແລະໜ່ວຍໂລກ.”