WHO: ໃນຂອບເຂດທົ່ວໂລກ ມີປະຊາກອນຢ່າງໜ້ອຍ 1/8 ເປັນພະຍາດອ້ວນ

2024-03-02 15:02:06 cri


ວັນທີ 1 ມີນານີ້, ອົງການອະນາໄມໂລກ ຫຼື WHO ໄດ້ຍົກໃຫ້ຮູ້ຜົນການຄົ້ນຄວ້າດ້ານການແພດທົ່ວໂລກ ທີ່ປະກາດໃນຫວ່າງມໍ່ໆນີ້ວ່າ: ໃນຂອບເຂດທົ່ວໂລກ, ມີປະຊາກອນຢ່າງໜ້ອຍ 1/8 ເປັນພະຍາດອ້ວນ.


ອີງຕາມຕົວເລກຂອງການຄົ້ນຄວ້າທີ່ປະກາດຢູ່ທາງ TheLancet ວາລະສານການແພດ ທີ່ມີຊື່ສຽງຂອງອັງກິດ, ຕາມຕົວເລກສະຖິຕິໃນປີ 2022 ສະແດງໃຫ້ເຫັນວ່າ, ໃນທົ່ວໂລກ, ມີ 1 ຕື້ຄົນເປັນພະຍາດອ້ວນ, ນັບແຕ່ປີ 1990 ເປັນຕົ້ນມາ, ຕົວເລກດັ່ງກ່າວນີ້ໄດ້ເພີ່ມຂຶ້ນ 2 ເທົ່າໃນກຸ່ມຄົນທີ່ມີອາຍຸແຕ່ 5 ຫາ 19 ປີ.


ສຳນັກງານປະຈຳເອີຣົບຂອງ WHO ແຈ້ງໃຫ້ຮູ້ວ່າ, ຢູ່ເອີຣົບ, ການທີ່ມີນ້ຳໜັກຫຼາຍເກີນໄປແລະຕຸ້ຍເກີນໄປ ແມ່ນໜຶ່ງໃນສາເຫດສຳຄັນທີ່ພາໃຫ້ຄົນເສຍຊີວິດແລະກາຍເປັນຄົນພິການ, ຕາມການຄາດຄະເນວ່າ, ແຕ່ລະປີ, ພະຍາດອ້ວນໄດ້ພາໃຫ້ 1.200.000 ກວ່າຄົນເສຍຊີວິດ. ຄວາມອ້ວນຍັງຈະເພີ່ມຄວາມສ່ຽງເປັນພະຍາດທີ່ບໍ່ແມ່ນລັກສະນະຕິດແປດຫຼາຍຊະນິດ, ໃນນັ້ນ ລວມທັງພະຍາດຫຼອດເລືອດຫົວໃຈ, ພະຍາດເບົາຫວານປະເພດ 2 ແລະພະຍາດລະບົບຫາຍໃຈຊຳເຮື້ອ.