ຈີນກ່າວປະນາມຢ່າງຮຸນແຮງຕໍ່ເຫດການທີ່ກອງທັບອິດສະຣາແອນຍິງປືນໃສ່ມວນຊົນປາແລັດສະຕິນ

2024-03-02 14:22:21 CRI


ວັນທີ 1 ມີນານີ້, ທ່ານນາງເໝົານິງ, ໂຄສົກກະຊວງການຕ່າງປະເທດໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມກ່ຽວກັບເຫດການທີ່ກອງທັບອິດສະຣາແອນຍິງປືນໃສ່ມວນຊົນປາແລັດສະຕິນໃນຫວ່າງບໍ່ດົນມານີ້.


ທ່ານນາງເໝົານິງກ່າວວ່າ, ຈີນມີຄວາມສະເທືອນໃຈ ພ້ອມທັງກ່າວປະນາມຢ່າງຮຸນແຮງຕໍ່ເລື່ອງນີ້. ຈີນສະແດງຄວາມໄວ້ອາໄລຕໍ່ຜູ້ເສຍຊີວິດ, ແລະສະແດງຄວາມເຫັນໃຈຕໍ່ຜູ້ໄດ້ຮັບບາດເຈັບ. ຈີນຮຽກຮ້ອງໃຫ້ຝ່າຍຕ່າງໆທີ່ກ່ຽວຂ້ອງ ໂດຍສະເພາະແມ່ນອິດສະຣາແອນຈົ່ງຢຸດຍິງໃນທັນທີ, ປົກປ້ອງຄວາມປອດໄພຂອງມວນຊົນຢ່າງແທ້ຈິງ, ຮັບປະກັນການຊ່ວຍເຫຼືອດ້ານມະນຸດສະທຳໃຫ້ເຂົ້າເຖິງຜູ້ມີຄວາມຕ້ອງການ, ຫຼີກລ່ຽງໄພພິບັດດ້ານມະນຸດສະທຳທີ່ໜັກໜ່ວງກວ່າເກົ່າ.