ຈຸດແຈກຢາຍເຄຶື່ອງຊ່ວຍເຫຼືອຢູ່ນະຄອນກາຊາຖືກໂຈມຕີເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າຮ້ອຍຄົນ

2024-03-02 13:42:27 CRI

 

   ຕໍ່ກັບເຫດການປະຊາຊົນໄປຮັບເອົາເຄື່ອງຊ່ວຍເຫຼືອແຕ່ຖືກໂຈມຕີຢູ່ນະຄອນກາຊາຂອງປະແລັດສະຕິນທີ່ເກີດຂຶ້ນໃນວັນທີ 29 ກຸມພາຜ່ານມາ, ອົງການຈັດຕັ້ງທີ່ສັງກັດອົງການສະຫະປະຊາຊາດໄດ້ຢືນຢັນເມື່ອວັນທີ 1 ມີນານີ້ວ່າ: ການເຄື່ອນໄຫວດ້ານການທະຫານຂອງອິດສະຣາແອນຢູ່ເຂດກາຊາເຮັດໃຫ້ທ້ອງຖິ່ນດັ່ງກ່າວຂາດແຄນອາຫານ ແລະ ເຄື່ອງຊ່ວຍເຫຼືອຕ່າງໆ, ສະນັ້ນໃນເວລາສືບສວນຫາຂໍ້ມູນຄວາມຈິງຂອງເຫດການດັ່ງກ່າວ, ປະຊາຄົມໂລກບໍ່ຄວນຖືເບົາວ່າປະຊາຊົນຢູ່ເຂດກາຊາພວມປະເຊີນກັບການອຶດຫິວ ແລະ ຄວາມໝົດຫວັງຂັ້ນສຸດຂີດ.


   ທ່ານ ຄຣິສຕຽນ ລິນເມເຢີ ໂຄສົກອົງການອະນາໄມໂລກຢືນຢັນວ່າ: ເຫດຜົນທີ່ມີປະຊາຊົນກາຊາຈໍານວນຫຼວງຫຼາຍພາກັນເຂົ້າໄປຮັບເອົາເຄື່ອງຊ່ວຍເຫຼືອຢູ່ສະຖານທີ່ເກີດເຫດໃນຕອນຮຸ່ງເຊົ້ານັ້ນ, ແມ່ນເປັນຍ້ອນວ່າເຂົາເຈົ້າໄດ້ຮັບຜົນກະທົບຈາກການເຄື່ອນໄຫວດ້ານການທະຫານ ແລະ ການມີເຈຕະນາປິດລ້ອມ ຂອງອິດສະຣາແອນ, ເຮັດໃຫ້ປະຊາຊົນຂາດແຄນອາຫານ ແລະ ເນື່ອງຈາກການອຶດຫິວເຖິງຂັ້ນສຸດຂີດ, ຈຶ່ງເຮັດໃຫ້ເກີດ “ພາບແຫ່ງຄວາມໝົດຫວັງ” ທີ່ປະຊາຊົນຈໍານວນຫຼາຍເຕົ້າໂຮມກັນຢູ່ບໍລິເວນອ້ອມແອ້ມຂະບວນລົດບັນທຸກເຄື່ອງຊ່ວຍເຫຼືອ. ທ່ານ ລິນເມເຢີ ເຕືອນວ່າ: ຖ້າຫາກບໍ່ນໍາໃຊ້ມາດຕະການໃນທັນທີ, ເຂດກາຊາອາດຈະເກີດໄພອຶດຫິວເປັນບໍລິເວນກວ້າງ ເຊິ່ງເປັນໄພຂົ່ມຂູ່ຮີບດ່ວນທີ່ສຸດໃນປັດຈຸບັນ.