ປິດກອງປະຊຸມລະດັບລັດຖະມົນຕີຄັ້ງທີ 13 ຂອງອົງການ WTO

2024-03-02 14:15:44 CRI

   ຕອນເຊົ້າວັນທີ 2 ມີນານີ້, ກອງປະຊຸມລະດັບລັດຖະມົນຕີຄັ້ງທີ 13 ຂອງອົງການການຄ້າໂລກ ຫຼຶ WTO ໄດ້ອັດລົງຢູ່ນະຄອນຫຼວງອາບູດາບີ ປະເທດສະຫະລັດອາຣັບ ເອມິເຣດຢ່າງເປັນທາງການ. ກອງປະຊຸມຄັ້ງນີ້ໄດ້ຮັບຜົນສໍາເລັດຢ່າງຕັ້ງໜ້າໃນດ້ານຕ່າງໆ ເຊັ່ນ: ການພັດທະນາ, ການຄ້າເອເລັກໂຕຣນິກ, ການປະຕິຮູບກົນໄກແກ້ໄຂຂໍ້ຂັດແຍ້ງກັນ ເປັນຕົ້ນ, ນອກນີ້, ກອງປະຊຸມໄດ້ເນັ້ນຢໍ້າວ່າປະເທດສະມາຊິກໃຫ້ຄໍາໝັ້ນສັນຍາວ່າຈະສືບຕໍ່ສຸມໃສ່ແກ້ໄຂບັນຫາທີ່ຍັງຄົງຄ້າງ. ທ່ານ ທານິບິນ ອາເມດ ອານ ເຊຢູຕິ ປະທານກອງປະຊຸມໄດ້ກ່າວໃນພິທີປິດກອງປະຊຸມວ່າ: ກາເມີຣູນຈະເປັນປະເທດເຈົ້າພາບຈັດກອງປະຊຸມລະດັບລັດຖະມົນຕີຄັ້ງທີ 14 ຂອງອົງການ WTO.


   ກອງປະຊຸມລະດັບລັດຖະມົນຕີຄັ້ງທີ 13 ຂອງອົງການ WTO ໄຂຂຶ້ນເມື່ອວັນທີ 26 ກຸມພາຜ່ານມາ, ຕາມແຜນການເດີມຈະປິດໃນວັນທີ 29 ກຸມພາຜ່ານມາ, ແຕ່ເນື່ອງຈາກວ່າການເຈລະຈາແມ່ນຕົກຢູ່ໃນສະພາບບໍ່ໄປບໍ່ມາ, ສະນັ້ນຈຶ່ງໄດ້ແກ່ຍາວເວລາອອກໄປອີກມື້ໜຶ່ງ, ແຕ່ຍັງບໍ່ສາມາດປິດກອງປະຊຸມໃນວັນທີ 1 ມີນານີ້ໄດ້ຕາມແຜນການ. ໃນທີ່ສຸດ, ຝ່າຍຕ່າງໆໄດ້ບັນລຸຄວາມຮັບຮູ້ທີ່ເປັນເອກະພາບກັນກ່ຽວກັບຫຼາຍຫົວຂໍ້ໃນຕອນເຊົ້າວັນທີ 2 ມີນານີ້ ແລະ ສິ້ນສຸດການເຈລະຈາໄດ້.