ເຈົ້າໜ້າທີ່ອາເມຣິກາກ່າວວ່າ: ອິດສະຣາແອນໄດ້ອະນຸມັດຂອບສັນຍາການຢຸດຍິງຊົ່ວຄາວຢູ່ເຂດກາຊາໂດຍພື້ນຖານ

2024-03-03 15:49:41 cri

ວັນທີ 2 ມີນານີ້ຕາມເວລາທ້ອງຖິ່ນ, ອີງຕາມຂ່າວສານ AP ຂອງອາເມຣິກາລາຍງານວ່າ: ເຈົ້າໜ້າທີ່ຂັ້ນສູງທ່ານໜຶ່ງຂອງລັດຖະບານອາເມຣິກາກ່າວວ່າ: ອິດສະຣາແອນໄດ້ອະນຸມັດຂອບສັນຍາວ່າດ້ວຍການຢຸດຍິງຊົ່ວຄາວ ແລະ ປ່ອຍຕົວຜູ້ຖືກກັກຂັງຢູ່ເຂດກາຊາໂດຍພື້ນຖານ, ປັດຈຸຸບັນຍັງລໍຖ້າຮາມັສໃຫ້ຄວາມຕັດສິນໃຈ.

ຕາມຂ່າວແຈ້ງວ່າ: ສັນຍາດັ່ງກ່າວລວມທັງການຢຸດຍິງເປັນເວລາ 6 ອາທິດ ແລະ ຮຽກຮ້ອງໃຫ້ຮາມັສປ່ອຍຕົວປະກັນຈຳນວນໜຶ່ງ.