ທ່ານໂດໂນ ທຣຳໄດ້ຮັບໄຊຊະນະໃນກອງປະຊຸມສະເໜີຜູ້ສະໝັກຮັບເລືອກຕັ້ງຂອງພັກຣີພັບບຼີກັນຂອງລັດມີຊີແກນ

2024-03-03 16:05:25 CRI

ໜັງສືພິມ “ເດີຮິວ” ຂອງອາເມຣິກາລາຍງານຂ່າວໃນວັນທີ 2 ມີນານີ້ວ່າ: ພາຍຫຼັງທ່ານໂດໂນ ທຣຳ ອະດີດປະທານາທິບໍດີອາເມຣິກາໄດ້ຮັບໄຊຊະນະໃນການເລືອກຕັ້ງເບື້ອງຕົ້ນພາຍໃນພັກຣີພັບບຼີກັນລັດມີຊີແກນໃນວັນທີ 27 ກຸມພາຜ່ານມາ, ຈາກນັ້ນກໍໄດ້ຮັບໄຊຊະນະໃນກອງປະຊຸມສະເໜີຜູ້ສະໝັກຮັບເລືອກຕັ້ງຂອງພັກຣີພັບບຼີກັນຂອງລັດດັ່ງກ່າວອີກໃນວັນທີ 2 ມີນານີ້. ຂ່າວລາຍງານຕື່ມວ່າ ຄາດວ່າເຈົ້າໜ້າທີ່ພັກຣີພັບບຼີກັນຈະຢືນຢັນຜົນການເລືອກຕັ້ງເບື້ອງຕົ້ນ ແລະ ຜົນກອງປະຊຸມສະເໜີຜູ້ສະໝັກຮັບເລືອກຕັ້ງໃນຕອນຄ່ຳຂອງວັນດັ່ງກ່າວ.