ເຮືອບິນ C919 ແລະ ARJ21 ຂອງບໍລິສັດ COMAC ຂອງຈີນເດີນທາງເຖິງລາວຄັ້ງທຳອິດ

2024-03-03 15:42:51 cri

ວັນທີ 3 ມີນານີ້, ເຮືອບິນໂດຍສານຂະໜາດໃຫຍ່ C919 ແລະ ARJ21 ຂອງບໍລິສັດ COMAC ຂອງຈີນໄດ້ລົງຈອດສະໜາມບິນສາກົນວັດໄຕທີ່ນະຄອນຫຼວງວຽງຈັນ ເຊິ່ງແມ່ນເຮືອບິນໂດຍສານສອງຊະນິດນີ້ຂອງຈີນເດີນທາງເຖິງປະເທດລາວເປັນຄັ້ງທຳອິດ.


ອີງຕາມລາຍການເຄື່ອນໄຫວ, ເຮືອບິນສອງລຳດັ່ງກ່າວຈະວາງສະແດງຢູ່ສະໜາມບິນສາກົນວັດໄຕ. ນອກນີ້, ເຮືອບິນ ARJ21 ຍັງຈະບິນສະແດງໄປ-ກັບລະຫວ່າງນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງພະບາງ ທີ່ເປັນເມືອງທ່ອງທ່ຽວອງລາວ.